Ticker

14/recent/ticker-posts

ຂ້າທາດ (ຂ້ອຍ) ໃນສະໄໝລ້ານຊ້າງ

         ປະຫວັດສາດລາວໃນອະດີດ ໂດຍສ່ວນໃຫຍ່ມັກຈະຖືກບັນທຶກ ແລະ ບອກເລົ່າ ຜ່ານການສ້າງບ້ານແປງ ເມືອງ, ການທຳເສິກສົງຄາມ ໂດຍມີກະສັດ ເປັນແກນກາງ ຫຼື ຕົວລະຄອນເອກໃນການເລົ່າເລື່ອງ. ແຕ່ໃນຄວາມເປັນຈິງແລ້ວ ໃນໜ້າປະຫວັດສາດເຫຼົ່ານັ້ນ ຍັງປະກອບມີຫຼາກຫຼາຍກຸ່ມຄົນ ທີ່ກໍລ້ວນແລ້ວແຕ່ເປັນຜູ້ຂັບເຂື່ອນສັງຄົມ ຫຼື ສ້າງປະຫວັດສາດ ແຕ່ຫາກມີການບັນທຶກບົດບາດເອົາໄວ້ໜ້ອຍເຕັມທີ, ເຊິ່ງໃນບົດຄວາມນີ້ ພວກເຮົາຈະພາທ່ານຜູ້ຊົມ ມາທໍາຄວາມຮູ້ຈັກກັບຊົນຊັ້ນລຸ່ມສຸດໃນສະໄໝລ້ານຊ້າງ ດັ່ງທີ່ມີຊື່ເອີ້ນກັນວ່າ ທາດ ຫຼື ຂ້ອຍ.

ພາບປະກອບ ທາດໃນສະຫຍາມ

    ໃນສັງຄົມລ້ານຊ້າງສະໄໝກ່ອນ ໄດ້ມີການຈັດລໍາຊັ້ນການປົກຄອງໃຫຍ່ໆອອກເປັນຊົນຊັ້ນປົກຄອງ ແລະ ຊົນຊັ້ນທີ່ຖືກປົກຄອງ. ເຊິ່ງໃນຊົນຊັ້ນປົກຄອງນັ້ນ ກໍແມ່ນປະກອບດ້ວຍກະສັດ ແລະ ເຈົ້ນຂຸນມຸນນາຍທັງຫຼາຍ; ສ່ວນຊົນຊັ້ນທີ່ຖືກປົກຄອງ ແມ່ນປະກອບດ້ວຍໄພ່ ແລະ ທາດ ຫຼື ຂ້ອຍ ໂດຍມີພຣະສົງເປັນຕົວເຊື່ອມລະຫວ່າງຊົນຊັ້ນຕ່າງໆເອົາໄວ້ ແລະ ເພື່ອເປັນການສ້າງຄວາມເຂົ້າໃຈງ່າຍ ແລະ ຖືກຕາມບໍລິບົດສັງຄົມລ້ານຊ້າງໃນສະໄໝນັ້ນ ແມ່ນຈະແທນຄຳວ່າທາດ ດ້ວຍຄຳວ່າຂ້ອຍ ໃນຕະຫຼອດທັງເລື່ອງ.

    ສໍາລັບຊົນຊັ້ນຜູ້ປົກຄອງຢ່າງກະສັດ ແລະ ເຈົ້າຂຸນມູນນາຍຕ່າງໆນັ້ນ ແມ່ນເຂົ້າໃຈວ່າ ບໍ່ຈໍາເປັນຕ້ອງອະທິບາຍເພີ່ມເຕີມອີກ ເນື່ອງຈາກທຸກຄົນໜ້າຈະຮັບຮູ້ກັນດີຢູ່ແລ້ວ. ແຕ່ສໍາລັບຊົນຊັ້ນຜູ້ຖືກປົກຄອງອັນປະກອບມີ ໄພ່ ແລະ ຂ້ອຍນັ້ນແມ່ນ ມີຄວາມໝາຍດັ່ງນີ້:

    ຄຳວ່າ ໄພ່ ກໍຄືໄພ່ຟ້າລາດຊະດອນ ຫຼື ເວົ້າໃຫ້ເຂົ້າໃຈງ່າຍກໍຄື ປະຊາຊົນທ່ົວໄປ ທີ່ເປັນຊົນຊັ້ນສ່ວນໃຫຍ່ໃນສັງຄົມ ແຕ່ກໍມັກຈະມີການສັງກັດມູນນາຍເຊັ່ນດຽວກັນ.

    ສ່ວນຄຳວ່າ ຂ້ອຍ ນັ້ນ ຫາກອີງຕາມວັດຈະນານຸກົມສະບັບ ດຣ ທອງຄຳ ອ່ອນມະນີສອນ ແມ່ນໄດ້ໃຫ້ຄວາມໝາຍ ໄວ້ໃນ 2 ແງ່ ຄື: 1. ຂ້ອຍ ແມ່ນໝາຍເຖິງສັບພະນາມທີ່ໃຊ້ແທນຕົວຜູ້ເວົ້າ ແລະ ຄວາມໝາຍທີ່ 2 ກໍຄື ຂ້ອຍ ແມ່ນໝາຍເຖິງທາດ ຫຼື ຄົນໃຊ້ ເຊິ່ງເອີ້ນວ່າຂ້ອຍ ຫຼື ຂ້າ ຫຼື ຂ້ອຍຂ້າ. ແລະ ໃນການນໍາສະເໜີ ຄຳວ່າ ຂ້ອຍ ໃນທີ່ນີ້ ກໍໝາຍເຖິງຄວາມໝາຍທີ່ສອງ ອັນເປັນຂ້ອຍ ເປັນທາດນັ້ນເອງ.

    ຂ້ອຍ ແມ່ນເປັນແຮງງານຂອງເຈົ້າຂ້ອຍ ເຊິ່ງຢູ່ໃນຊົນຊັ້ນປົກຄອງ ຕັ້ງແຕ່ກະສັດ ເຈົ້ານາຍເຊື້ອພະວົງ, ຂຸນນາງ ລວມເຖິງເປັນແຮງງານຂອງສະຖາບັນສາສະໜາ; ໂດຍຜົນຜະລິດທີ່ເກີດຂຶ້ນຈາກຂ້ອຍຈະຕົກຢູ່ໃນກຳມະສິດຂອງເຈົ້າຂ້ອຍທັງໝົດ ເຖິງແມ່ນວ່າຊົນຊັ້ນ ຂ້ອຍ ຈະມີຈຳນວນບໍ່ຫຼາຍ ເມື່ອທຽບກັບຊົນຊັ້ນໄພ່ ແຕ່ຫາກເບິ່ງໃນແງ່ບົດບາດໜ້າທີ່ ຈະພົບວ່າ ຂ້ອຍ ຄື ແວ່ນສະທ້ອນໃຫ້ເຫັນພັດທະນາການ ແລະ ຄວາມປ່ຽນແປງທາງສັງຄົມ ແລະ ການເມືອງຂອງລ້ານຊ້າງໄດ້ເປັນຢ່າງດີ.

ພາບປະກອບ: ທາດໃນສະຫຍາມ

          ແລ້ວ ຊົນຊັ້ນ ຂ້ອຍ ໃນລ້ານຊ້າງ ກຳເນີດຂຶ້ນມາໄດ້ແນວໃດ?

    ທີ່ມາຂອງ ຂ້ອຍ ໃນລ້ານຊ້າງ ນັ້ນ ບໍ່ມີຫຼັກຖານລະບຸແນ່ຊັດວ່າເກີດຂຶ້ນໃນສະໄໝໃດ ແຕ່ເຊື່ອວ່າຜູ້ປົກຄອງໜ້າຈະໃຊ້ລະບົບນີ້ມາຕັ້ງແຕ່ຄັ້ງເລີ່ມສ້າງບ້ານແປງເມືອງ; ສ່ວນເທົ່າທີ່ສັນນິຖານໄດ້ ຂ້ອຍ ແມ່ນໜ້າຈະເກີດຂຶ້ນມາຈາກກຸ່ມຄົນຊົນເຜົ່າພື້ນເມືອງ ທີ່ຕົກເປັນສະເລີຍສົງຄາມເປັນຄັ້ງທຳອິດ ກ່ອນທີ່ຈະແຜ່ຂະຫຍາຍອອກໄປໃນຮູບແບບອື່ນໆ. ດັ່ງບັນທືກໃນພົງສາວະດານລ້ານຊ້າງເລື່ອງຂຸນບູລົມລາຊາທິຣາດ ກໍຄືກຸ່ມຄົນອ້າຍລາວ ໄດ້ອົບພະຍົບມາຈາກແຜ່ນດິນຈີນລ່ອງໃຕ້ລົງມາເລື້ອຍໆ, ຈົນມາຮອດສະໄໝຂອງຂຸນລໍ ເຊິ່ງເປັນໂອລົດຂອງຂຸນບູລົມລາຊາທິລາດ ໄດ້ນໍາທັບເຂົ້າບຸກຕີເມືອງຊວາ ເຊິ່ງກໍຄືເມືອງຊຽງດົງຊຽງທອງ ຫຼື ຫຼວງພະບາງໃນປັດຈຸບັນ. ກອງທັບຂອງຂຸນລໍໄດ້ທໍາການຂັບໄລ່ຊົນເຜົ່າພື້ນເມືອງໃນດິນແດນບໍລິເວນນີ້ ເຊິ່ງກໍຄືເຜົ່າຂ້າ ລາວເທິງ ໃນຕະກຸນມອນຂະແມ ໂດຍຊົນເຜົ່າພື້ນເມືອງດັ່ງກ່າວນີ້ ຈຳນວນໜຶ່ງທີ່ຖືກຈັບ ກໍຖືກນໍາມາເປັນຂ້ອຍ ໃນຊື່ວ່າຂ້ອຍສະເລີຍ.

    ດັ່ງໃນບັນທຶກພົງສາວະດານ ສະບັບການຈະນາພິເສກ ຂຽນໄວ້ວ່າ: ນັບແຕ່ຂຸນບູລົມ ລົງມາຕັ້ງເມືອງລຸ່ມໄດ້ 25 ປີ, ຂຸນລໍໃຫຍ່ມາໄດ້ 23 ປີ ກໍລ່ວງມາຕັ້ງເມືອງຊະວາລ້ານຊ້າງ ທີ່ຊຽງດົງຊຽງທອງ.... ຍາມນັ້ນຂາກັນຮາງ ປູ່ພະຍານາກ ຢູ່ນໍ້າທ່າຜາຕິງສົບອູນັ້ນ ຂຸນລໍຈຶ່ງມາເລວແພ້ ໄລ່ເຂົາເມືອພູເລົາພູຂາ ຈຶ່ງເປັນຂ້າເກົ່າບັດນັ້ນແລ.

    ໃນໃຈຄວາມດັ່ງກ່າວຢືນຢັນວ່າ ເມື່ອຂຸນລໍຕີໄດ້ເມືອງຊວາ ກໍໄດ້ຈັບເອົາຄົນພື້ນເມືອງທີ່ຕົກເປັນຊະເລີຍເສິກມາເປັນ ຂ້ອຍ, ແຕ່ໃນສະໄໝຂອງຂຸນລໍ ແມ່ນບໍ່ໄດ້ມີຫຼັກຖານວ່າ ໄດ້ມີການຄອບຄອງດິນແດນຕໍ່າລົງມາກວ່າແຂວງຫຼວງພະບາງ ແລະ ທົ່ງໄຫຫີນ ເຮັດໃຫ້ເຊື່ອໄດ້ວ່າ: ຊົນເຜົ່າພື້ນເມືອງ ເຈົ້າຂອງແຜ່ນດິນເກົ່າ ທີ່ສ່ວນໃຫຍ່ແມ່ນເຜົ່າລາວເທິງທັງຫຼາຍ ທີ່ພ່າຍເສິກແກ່ຂຸນລໍນັ້ນ ໄດ້ຍົກຍ້າຍລົງມາສ້າງບ້ານແປງເມືອງ ລົງມາທາງເຂດລາວກາງ ແລະ ລາວໃຕ້, ເຊິ່ງກໍໄດ້ມີຫຼັກຖານຢືນຢັນຕື່ມວ່າ  ໃນສະໄໝຂອງພະເຈົ້າໄຊຍະວໍລະມັນທີ 7 ແຫ່ງຂະເໝນ ປະມານປີ 1.181-1.220 ຂະເໝນຍັງມີອຳນາດຄອບຄອງຂຶ້ນມາເຖິງບໍລິເວນວຽງຈັນ ຫຼັກຖານທີ່ດີທີ່ສຸດ ຄືມີການຄົ້ນພົບໂຮງໝໍ ທີ່ພະເຈົ້າໄຊຍະວໍລະມັນທີ 7 ສ້າງຂຶ້ນເພື່ອບໍາບັດໂລກເຮື້ອນແກ່ຊາວເມືອງ ຢູ່ເຂດເມືອງຫາດຊາຍຟອງໃນປັດຈຸບັນ ທີ່ເອີ້ນກັນວ່າ ອະໂລຄະຍາສາລາ (ຫຼື ສາລາໄຮ້ໂລກ)

ພາບປະກອບ: ທາດໃນສະຫຍາມ

    

    ຕໍ່ເນື່ອງຈາກລັດຊະການຂອງຂຸນລໍ ກໍມີກະສັດປົກຄອງຊຽງດົງຊຽງທອງເຖິງ 22 ພະອົງ, ກໍມາຮອດສະໄໝຂອງພະຍາຟ້າງຸ່ມແຫຼ່ງຫຼ້າທໍລະນີ ໃນລະຫວ່າງປີ 1353-1570 ທີ່ພະອົງໄດ້ທຳການທ້ອນໂຮມອານາຈັກລ້ານຊ້າງເຂົ້າເປັນປຶກແຜ່ນ ເຮັດໃຫ້ຊົນ ເຜົ່າພື້ນເມືອງຈໍານວນຫຼາຍໃນເຂດແດນລ້ານຊ້າງຕອນກາງ ແລະ ຕອນໃຕ້ ໄດ້ກາຍສະພາບມາເປັນ ຂ້ອຍຊະເລີຍ ເພີ່ມຂຶ້ນເປັນຈໍານວນຫຼາຍ.

    ໃນໄລຍະທຳອິດຂອງການກໍ່ຮູບອານາຈັກລ້ານຊ້າງນັ້ນ ຊົນຊັ້ນຂ້ອຍ ມີໜ້າທີ່ບໍ່ແຕກຕ່າງກັບ ຊົນຊັ້ນໄພ່ພໍເທົ່າໃດ ຄືຕ່າງຝ່າຍກໍຕົກເປັນແຮງງານ, ເປັນກຳລັງພົນໃນການເສິກສົງຄາມ ແລະ ເປັນກຳລັງທຳການຜະລິດສົ່ງໃຫ້ຜູ້ປົກຄອງເຊັ່ນດຽວກັນ ແຕ່ພໍເມື່ອເວລາຜ່ານໄປ ສັງຄົມໃນລ້ານຊ້າງເລີ່ມເຂົ້າສູ່ຍຸກການຜະລິດ ແລະ ຄ້າຂາຍ ກໍໄດ້ມີການກຳນົດຮູບແບບ ແລະ ຊົນຊັ້ນທາງສົງຄົມຢ່າງຊັດເຈນຍິ່ງຂຶ້ນ ເກິດມີຄວາມແຕກຕ່າງລະຫວ່າງ ໄພ່ ແລະ ຂ້ອຍຫຼາຍຂຶ້ນ.

    ເຊິ່ງສາເຫດຕົ້ນຕໍແມ່ນເກີດມາຈາກປັດໄຈທາງດ້ານການເມືອງ, ເສດຖະກິດ, ສັງຄົມ ຈາກທັງພາຍໃນ ແລະ ນອກເຊັ່ນ ການສູ້ຮົບ, ການຮັບອິດທິພົນຂອງສາສະໜາ ຫຼື ການຮັບເອົາຄ່ານິຍົມໃຊ້ສິນຄ້າຟູມເຟືອຍ, ສົ່ງຜົນເຮັດໃຫ້ບົດບາດຂອງຂ້ອຍປ່ຽນ ແປງໄປ ຈາກແຮງງານໃນຄົວເຮືອນ ເຂົ້າມາຢູ່ໃຕ້ການຄວບຄຸມຂອງບຸກຄົນຫຼາຍຂຶ້ນ ກາຍເປັນຊັບສົມບັດນາຍເງິນ ສາມາດຊື້ ຂາຍ ແລກປ່ຽນ ຕະຫຼອດຈົນເພີ່ມບົດບາດເປັນແຮງງານຮັບຈ້າງ

    ຕໍ່ມາ ໃນລະຫວ່າງປີ 1370-1669 ອານາຈັກລ້ານຊ້າງ ໄດ້ປາກົດວ່າມີ ຊົນຊັ້ນຂ້ອຍ ເພີ່ມຂຶ້ນຫຼາກຫຼາຍປະເພດ ນັບຕັ້ງແຕ່ການເປັນຂ້ອຍມາຕັ້ງແຕ່ກຳເນີດ ເນື່ອງຈາກເກີດມາຈາພໍ່ແມ່ທີ່ເປັນຂ້ອຍ ຫຼື ອາດເປັນສະຖານະພາບທີ່ໄດ້ມາພາຍຫຼັງ ເຊັ່ນເກີດຈາກການກະທຳຜິດ, ການຂາຍຕົວເປັນຂ້ອຍ ເຊິ່ງແບ່ງປະເພດຂ້ອຍໃນລ້ານຊ້າງອອກ ດັ່ງນີ້:

  1. ຂ້ອຍຊະເລີຍ ຫຼື ເອີ້ນວ່າຂ້ອຍຫຼວງ ເປັນຂ້ອຍທີ່ຖືກກວາດຕ້ອນມາຈາກການປະລາໄຊໃນສົງຄາມ ຂ້ອຍປະເພດນີ້ ຂຶ້ນຕໍ່ກັບເຈົ້າຊີວິດໂດຍກົງ ຫຼື ບາງສ່ວນ ເຈົ້າຊີວິດ ຈະພຣະຣາຊະທານເປັນລາງວັນໃຫ້ແກ່ແມ່ທັບນາຍກອງ ທີ່ໄປຮ່ວມເສິກສົງຄາມ ຫຼື ອຸທິດໃຫ້ເບິ່ງແຍງພຸດທະສາສະໜາ.
  2. ຂ້ອຍໂດຍກຳເນີດ: ຄືຂ້ອຍທີ່ເກີດຈາກພໍ່ແມ່ເປັນຂ້ອຍ ແລະ ກໍຕົກຢູ່ໃນອຳນາດກຳມະສິດເຈົ້າຂ້ອຍຕາມພໍ່ແມ່ ມີໜ້າທີ່ເບິ່ງແຍງຮັບໃຊ້ເຈົ້າຂ້ອຍ ຈົນກວ່າຈະຖືກໄຖ່ຖອນ.
  3. ຂ້ອຍວັດ ເແມ່ນເປັນສະມາຊິກສັງຄົມກຸ່ມໜຶ່ງທີ່ຮັບໃຊ້ສາສະໜາສະຖານ ແລະ ຖືວ່າໄດ້ຮັບສິດທິພິເສດສູງສຸດໃນບັນດາຂ້ອຍຕ່າງໆ  ເນື່ອງຈາກບໍ່ຈຳເປັນຕ້ອງເຂົ້າຮັບການເກນແຮງງານ ຫຼື ອອກຮົບໃນຍາມເສິກສົງຄາມ ມີໜ້າທີ່ພຽງແຕ່ອຸປະຖາກສາສະໜາສະຖານເທົ່ານັ້ນ.
  4. ຂ້ອຍສິນໄຖ່ ແມ່ນກຳເນີດມາຈາກກຸ່ມຄົນຊົນຊັ້ນໄພ່ ທີ່ຂາຍຕົນເອງໄປເປັນຂ້ອຍ ດັ່ງເຊັ່ນກໍລະນີ ພໍ່ ຫຼື ຜົວ ຂາຍເມຍ, ລູກສາວ, ລູກຊາຍ ເພື່ອຊົດໃຊ້ໜີ້ເປັນຕົ້ນ.
  5. ຂ້ອຍຊ້າງມ້າ: ເປັນຂ້ອຍທີ່ເກີດຈາກການກະທຳຄວາມຜິດ ແລະ ຖືກລົງໂທດ ເຊິ່ງຂ້ອຍປະເພດນີ້ ເປັນຂ້ອຍທີ່ມີສະຖານະພາບຕໍ່າທີ່ສຸດໃນສັງຄົມ ຂ້ອຍ ທັງຫຼາຍ.

ແລ້ວຈະມີວິທີແນວໃດ ເພື່ອໃຫ້ພົ້ນອອກຈາກສະຖານະພາບ ຂ້ອຍ?

    ເຖິງແມ່ນວ່າຂ້ອຍ ຈະເປັນຊົນຊັ້ນຕໍ່າສຸດ ທີ່ປຽບດັ່ງເປັນສິນຄ້າທີ່ມີລົມຫາຍໃຈ ຂອງເຈົ້າຂ້ອຍເທົ່ານັ້ນ, ແຕ່ໃນສັງຄົມກໍບໍ່ໄດ້ປິດກັ້ນສະເໝີໄປ ເພາະຍັງມີການເປີດໂອກາດໃຫ້ຊົນຊັ້ນຂ້ອຍໄດ້ຫຼຸດພົ້ນອອກຈາກສະຖານະພາບ ອັນອັບປະຍົດນີ້ໄດ້ ເຊັ່ນ:

  1. ການໄຖ່ຖອນ ຂ້ອຍ ຫຼື ຄົນອື່ນສາມາດນໍາເງິນມາໄຖ່ຈາກເຈົ້າຂ້ອຍ ໃນຈຳນວນຕາມທີ່ກຳນົດ ຖ້າເປັນເງິນ ກໍຊົດໃຊ້ຕາມຈຳນວນເງິນພ້ອມດອກເບ້ຍ ແຕ່ຫາກໃນກໍລະນີທີ່ຂ້ອຍນໍາເງິນມາໄຖ່ຕົວເຖິງ 3 ຄັ້ງແລ້ວ ແຕ່ເຈົ້າຂ້ອຍບໍ່ຍອມຮັບ, ກໍສາມາດຟ້ອງຮ້ອງເຈົ້າຂ້ອຍ ເພື່ອຫາຂໍ້ຕົກລົງກັນໄດ້.
  2. ອອກຮົບແທນນາຍ ເມື່ອຂ້ອຍອອກໄປຮົບແທນນາຍ ແລະ ຊະນະກັບມາ 3 ຄັ້ງ ຂ້ອຍຜູ້ນັ້ນຈະສາມາດກາຍເປັນອິດສະຫຼະໄດ້; ແຕ່ຫາກຂ້ອຍຜູ້ນັ້ນສະໝັກໃຈຢູ່ກັບນາຍຕໍ່ໄປ ຜູ້ເປັນຈະຕ້ອງໄດ້ລ້ຽງດູ ຖືເປັນການໃຫ້ລາງວັນໃນຄວາມສາມາດ ແຕ່ໃນກໍລະນີທີ່ອອກໄປຮົບພ້ອມກັນກັບນາຍ ເຖິງຊະນະກັບມາ ກໍຍັງເປັນຂ້ອຍຢູ່ເຊັ່ນເກົ່າ.
  3. ການແຕ່ງດອງ ຫາກຜູ້ຊາຍທີ່ຢູ່ໃນຊົນຊັ້ນອື່ນແຕ່ງດອງກັບຍິງທີ່ເປັນຂ້ອຍ ຂ້ອຍຍິງຜູ້ນັ້ນກໍຈະໄດ້ຮັບອິດສະຫຼະ; ສ່ວນ ໃນກໍລະນີທີ່ຂ້ອຍຊາຍ ແຕ່ງດອງກັບຍິງຊົນຊັ້ນອື່ນ ເມື່ອລູກເກີດມາແມ່ນຈະບໍ່ນັບເປັນຂ້ອຍ ແຕ່ຂ້ອຍຊາຍຜູ້ນັ້ນໃຫ້ຖືເປັນສະຖານະຂ້ອຍດັ່ງເຊັ່ນເກົ່າ. ຫຼື ໃນກໍລະນີທີ່ນາຍ ເອົາຂ້ອຍຍິງມາເປັນເມຍ ແຕ່ຂ້ອຍຍິງຜູ້ນັ້ນມີຜົວຢູ່ ແລ້ວ ທັງສອງຜົວເມຍຈະໄດ້ຮັບຜິດສະຫຼະເຊັ່ນດຽວກັນ.
  4. ອອກບວດ: ເມື່ອຂ້ອຍໄດ້ຮັບອະນຸຍາດຈາກເຈົ້າຂ້ອຍໃຫ້ບວດເຂົ້າໃນພຸດທະສາສະໜາແລ້ວ ພໍເມື່ອລາສິກຂາອອກມາ ຂ້ອຍຜູ້ນັ້ນກໍຈະກາຍເປັນອິດສະຫຼະ.
  5. ການຮ້ອງຟ້ອງ: ໃນສັງຄົມອະດີດຍັງເປີດໂອກາດໃຫ້ຂ້ອຍ ທີ່ພົບເຫັນເຈົ້າຂ້ອຍກະທຳຜິດສາມາດຮ້ອງຟ້ອງໄດ້ ແລະ ເມື່ອມີການກວດສອບແລ້ວວ່າເຈົ້າຂ້ອຍກະທຳຜິດແທ້ ຂ້ອຍຜູ້ນັ້ນຈະໄດ້ຮັບຜິດສະຫຼະເຊັ່ນດຽວກັນ.

ສະຖານະພາບເມື່ອພົ້ນອອກຈາຊົນຊັ້ນຂ້ອຍ

   

   ໃນສັງຄົມລ້ານຊ້າງອະດີດ ແມ່ນມີການເລື່ອນໄຫຼໄປມາຂອງຊົນຊັ້ນຢູ່ສະເໝີ ໂດຍຊົນຊັ້ນຂ້ອຍເມື່ອໄດ້ຮັບອິດສະຫຼະພາບແລ້ວ ແມ່ນຈະຖືກຍົກລະດັບຂຶ້ນສູງສຸດເປັນໄດ້ພຽງຊົນຊັ້ນໄພ່ເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ຊົນຊັ້ນສູງສັກ ແລະ ໄພ່ ຖືກຫຼຸດລະດັບລົງມາເປັຍຂ້ອຍຫຼາຍກວ່າ ເນື່ອງຈາກກະທຳຜິດໃນດ້ານຕ່າງໆ;  ແຕ່ທັງໝົດນັ້ນກໍອາດເປັນຜົນມາຈາກຄວາມພະຍາຍາມຂອງກຸ່ມຜູ້ປົກຄອງ ໃນການທີ່ຈະຄົງສະພາບແຮງງານຂ້ອຍເອົາໄວ້ ເພື່ອເປັນກຳລັງທາງດ້ານການເມືອງ, ການທະ ຫານ ແລະ ເສດຖະກິດຂອງຕົນ.

    ຈາກທີ່ເລົ່າມານັ້ນ ຈະເຫັນໄດ້ວ່າ ຂ້ອຍ ແມ່ນຊົນຊັ້ນທີ່ເປັນຊັບພະຍາກອນອັນລໍ້າຄ່າ ແລະ ມີຄວາມສໍາຄັນເປັນຢ່າງຍິ່ງໃນການສ້າງຄວາມຈະເລີນໃຫ້ກັບ ອານາຈັກລ້ານຊ້າງ, ຂ້ອຍ ໄດ້ແບບຫາບພາລະທາງສັງຄົມຢ່າງໜັກໜ່ວງ ແຕ່ກັບກາຍເປັນບໍ່ມີອະພິສິດ ບໍ່ມີອຳນາດ ແລະ ບໍ່ມີກຽດອັນໃດເລີຍໃນສັງຄົມ; ແລະ ມີການສັນນິຖານວ່າ ລະບົບ ຂ້ອຍ ໃນລ້ານຊ້າງເລີ່ມທະລາຍຕົວລົງ ຈາກການປ່ຽນແປງທາງການເມືອງ, ເສດຖະກິດ ແລະ ສົງຄາມ ໃນຊ່ວງທ້າຍສະຕະວັດທີ 18 ຫາ ຕົ້ນສະຕະວັດທີ່ 19 ພາຍຫຼັງທີ່ລ້ານຊ້າງຕົກເປັນເມືອງຂຶ້ນສະຫຍາມ ເຂົ້າໃຈວ່າໄພ່ ແລະ ຂ້ອຍ ອັນເປັນຄົວເຮືອນລາວ ໄດ້ຖືກກວາດຕ້ອນໄປສະຫຍາມຈຳນວນຫຼາຍ ຕໍ່ມາຈົນຮອດລັດຊະການທີ 3 ແຫ່ງກຸ່ງລັດຕະນະໂກສິນກໍໄດ້ມີການປ່ຽນສະ ພາບ ຂ້ອຍ ລາວ ເປັນໄພ່ສ່ວຍໃນສະຫຍາມ ກ່ອນທີ່ຈະມີການແບ່ງແຍກດິນແດນລາວ ລະຫວ່າງສະຫຍາມກັບຝຣັ່ງ.

แสดงความคิดเห็น

0 ความคิดเห็น