Ticker

14/recent/ticker-posts

ເຈາະຕຳນານ ການກຳເນີດຂອງ"ເບຍລາວ"

    ເບຍລາວ ເບຍຂອງຄົນລາວ ຄົນຈິງໃຈ ນີ້ຄືສະໂລແກນປັ້ນແບນຂອງບໍລິສັດເບຍ ຜູ້ຄອງສ່ວນແບ່ງທາງການຕະຫຼາດເບຍ ທີ່ແຂງແກ່ນ ແລະ ສູງທີ່ສຸດໃນປະເທດລາວ ເຊິ່ງຍາກທີ່ຈະມີເບຍຍີ່ຫໍ້ໃດເຂົ້າຈະມາລົ້ມໄດ້ ດ້ວຍເອກະລັກລົດຊາດເບຍທີ່ນຸ່ມຄໍ ແລະ ຊູອັດຕະລັກຄວາມເປັນລາວ ປັ້ນຂຶ້ນກາຍເປັນແບນດັງ ທີ່ຄົນທັງໂລກຮູ້ຈັກ.

    ເສັ້ນທາງ ແລະ ຄວາມເປັນມາຂອງເບຍລາວ ເປັນແນວໃດນັ້ນ. ບົດຄວາມນີ້ ຈະພາທ່ານໄປຮູ້ຈັກນໍາກັນ

ບໍລິສັດເບຍລາວ
    ຍ້ອນກັບໄປໃນໄລຍະຊ່ວງສົງຄາມກາງເມືອງໃນປະເທດລາວ ທີ່ກໍາລັງຂັບຂ້ຽວກັນລະຫວ່າງກຳລັງແນວລາວຮັກຊາດ ທີ່ມີຖານທີ່ໝັ້ນຢູ່ຊໍາເໜືອຜົ້ງສາລີ ແລະ ກຳລັງຝ່າຍຂວາວຽງຈັນ ພາຍໃຕ້ການສະໜັບສະໜູນຂອງຈັກກະພັດອາເມລິກາ.
    ຈຸດເລີ່ມຕົ້ນຂອງເບຍລາວ ກໍໄດ້ຖືກຳເນີດຂຶ້ນໃນປີ 1973 ທ່າມກາງໄຟສົງຄາມກາງເມືອງທີ່ຍັງບໍ່ມີທ່າທີ່ຈະດັດມອດ ໂດຍການຕົກລົງຮ່ວມທຶນລະຫວ່າງນັກລົງທຶນຊາວຝຣັ່ງເສດກັບນັກທຸລະກິດລາວ ໃນຊື່ວ່າ: ໂຮງງານເຫຼົ້າເບຍ ແລະ ນໍ້າກ້ອນລາວ ທີ່ມີຈຸດປະສົງຜະລິດເບຍໃນລາວ ເພື່ອສົ່ງອອກໄປຍັງກຸ່ມປະເທດໃນອິນດູຈີນ ເນື່ອງຈາກເລັງເຫັນວ່າປະເທດລາວ ມີແຫຼ່ງນໍ້າດີບທີ່ສະອາດ ແລະ ເໝາະສົມແກ່ການຜະລິດເບຍ ພາຍໃຕ້ຊື່ທາງການຄ້າວ່າເບຍ LA RUE. ໂດຍໃນຕອນນັ້ນ ບໍລິສັດມີກຳລັງການຜະລິດເບຍພຽງ 3 ລ້ານລີດຕໍ່ປີ. ມີກຳລັງການຜະລິດນໍ້າອັດລົມ 1,5 ລ້ານລີດ ແລະ ກຳລັງການຜະລິດນໍ້າກ້ອນປະມານ 120 ໂຕນ ຕໍ່ປີ ເຊິ່ງຖືວ່າຍັງບໍ່ທັນພຽງພໍກັບຄວາມຕ້ອງການໃນການສົ່ງອອກ


    ແລະ ແລ້ວເຊິ່ງໂສມໜ້າຂອງເບຍ LA RUE ກໍຕ້ອງປ່ຽນໄປ ເມື່ອລັດຖະບານຝ່າຍຂວາວຽງຈັນປະລາໄຊໃນສົງຄາມ ແລະ ຝ່າຍກຳລັງແນວລາວຮັກຊາດ ສາມາດປົດປ່ອຍປະເທດຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975.

    ໃນໄລຍະຕົ້ນຂອງການປົດປ່ອຍປະເທດຊາດນັ້ນ ລັດຖະບານໄດ້ມີການດັດປັບ ແລະ ຫັນກຳມະສິດເອກະຊົນໄປເປັນຂອງລັດ ຕາມອຸດົມການກ້າວຂຶ້ນສູ່ງສັງຄົມນິຍົມໂດຍບໍ່ຜ່ານລະບອບທຶນນິຍົມມ ຂອງທ່ານໄກສອນ ພົມວິຫານ.

    ສະນັ້ນ, ໂຮງງານເຫຼົ້າເບຍ ແລະ ນໍ້າກ້ອນ ຂອງເບຍ La rue ຈຶ່ງໄດ້ຖືກລັດເຂົ້າມາຄອບຄອງກິດຈະການ ແລະ ຫັນມາເປັນລັດວິສາຫະກິດ ໂດຍມີລັດຖະບານເປັນຜູ້ຖືຫຸ້ນລາຍໃຫຍ່

    ທ່ານ ກິດສະໜາ ວົງໄຊ ຊີອີໂອ ອາວຸໂສຂອງບໍລິສັດເບຍລາວ ເຊິ່ງໃນອະດີດມີດີກີເປັນນັກຮຽນເສດຖະສາດ ຈາກປະເທດຝຣັ່ງເສດ ທີ່ເຂົ້າມາເຮັດວຽກໃນກະຊວງອຸດສາຫະກຳໃນຂະນະນັ້ນ ໄດ້ຖືກຍ້າຍເຂົ້າມາເຮັດວຽກໃນບໍລິສັດເບຍ ແລະ ນ້ໍາກ້ອນແຫ່ງນີ້ ໃນຖານະຜູ້ຈັດການບໍລິສັດ ຈຶ່ງໄດ້ລິເລີ່ມປັບປ່ຽນວິໄສທັດຂອງບໍລິສັດ ແລະ ຄິດຄົ້້ນຊື່ແບນໃໝ່ຂຶ້ນມາໃໝ່ ເນື່ອງຈາກເຫັນ ຊື່ເບຍ La rue ທີ່ແປວ່າຖະໜົນ ເຊິ່ງຟັງໆແລ້ວ ມັນເຮັດໃຫ້ຊື່ເບຍປຽບດັ່ງກັບເປັນຂອງຂ້າງທາງ ປະກອບໃສ່ກັບທົດສະ ວັດດັ່ງກາວ ເປັນໄລຍະເລີ່ມຕົ້ນຂອງການສ້າງຊາດ ກໍຄວນຊູບົດບາດຂອງຄວາມເປັນຊາດຂຶ້ນມາ ດັ່ງນັ້ນ, ຈຶ່ງໄດ້ຕັດສິນໃຈ ນໍາເອົາຊື່ປະເທດມາຕໍ່ທ້າຍຂອງເບຍ ຈຶ່ງກາຍມາເປັນຊື່ເບຍລາວດັ່ງເຊັ່ນໃນປັດຈຸບັນ.



    ພາຍໃຕ້ແນວທາງປ່ຽນແປງຈິນຕະນາການໃໝ່ຂອງພັກ ເຮັດໃຫ້ລັດຖະບານໄດ້ມີການເປີດປະເທດ ເພື່ອຮັບເອົາການລົງທຶນຈາກຊາວຕ່າງຊາດ ໃນປີ 1993 ບໍລິສັດເບຍລາວ ໄດ້ຮ່ວມຫຸ້ນກັບເອກະຊົນຕ່າງປະເທດ ຄື ບໍລິສັດ ລ໋ອກຊເລ ຈຳກັດ ມະຫາ ຊົນ ແລະ ບໍລິສັດ ອີຕາລຽນໄທ ຈໍາກັດມະຫາຊົນ ເພື່ອຂະຫຍາຍກຳລັງການຜະລິດ ແລະ ເພີ່ມສັກກາຍະພາບດ້ານການຕະຫຼາດ-ການຂາຍ ເຊິ່ງເຮັດໃຫ້ສາມາດຜະລິດເບຍລາວ ເພີ່ມຂຶ້ນເປັນ 20 ລ້ານລີດຕໍ່ປີ.


    ຈົນຮອດໃນປີ 2002 ບໍລິສັດເບຍລາວ ຈຶ່ງໄດ້ເກີດມີການປ່ຽນແປງທາງໂຄງສ້າງຜູ້ຖືຫຸ້ນຂຶ້ນອີກຄັ້ງ ເມື່ອ 2 ບໍລິສັດຍັກໃຫຍ່ຕ່າງຊາດ ຢ່າງ ບໍລິສັດຄາສເບີກ ອາຊີ ຈໍາກັດ ແລະ ບໍລິສັດ ທີຊີຊີ ອິນເຕີເນຊັ່ນອລ ຈຳກັດ ໄດ້ເຂົ້າມາຖືຫຸ້ນຮ່ວມກັບລັດຖະບານ ໃນອັດຕາສ່ວນທີ ລັດຖະບານ ຖືຫຸ້ນ 50% ແລະ ເອກະຊົນ ຖືຫຸ້ນ 50% ເຊິ່ງ 2 ບໍລິສັດດັ່ງກ່າວ ກໍໄດ້ແບ່ງກັນຖືຫຸ້ນ ບໍລິສັດລະ 25%. ທີ່ໄດ້ເພີ່ມກລັງການຜະລິດຂຶ້ນເປັນ 120 ລ້ານລີດຕໍ່ປີ

    ປີ 2011, ບໍລິສັດ ເບຍລາວ ຈຳກັດ ໄດ້ໂຮມຕົວກັບບໍລິສັດ ນ້ຳຫວານລາວ ຈຳກັດ ແລະ ດຳເນີນທຸລະກິດພາຍໃຕ້ຊື່ຂອງ ບໍ ລິສັດ ເບຍລາວ ຈຳກັດ ໂດຍທີ່ບໍລິສັດ ຄາລສະເບີກ ບຣີເວີລີ ຖືຮຸ້ນ 51% ແລະ ລັດຖະບານລາວຖືຮຸ້ນ 49%

    ເຖິງແມ່ນວ່າຈະມີການຖືຫຸ້ນຈາກຊາວຕ່າງຊາດ ແຕ່ເພື່ອສ້າງຄວາມຮູ້ສຶກໃຫ້ຄົນລາວພາຍໃນປະເທດ ຮູ້ສຶກວ່າເບຍລາວ ເປັນເບຍຂອງຄົນລາວ. ສະນັ້ນ, ຈຶ່ງໄດ້ມີການລົດບົດບາດຂອງຜູ້ຖືຫຸ້ນຊາວຕ່າງຊາດລົງ ໂດຍມັກຈະຈຳກັດຈະບໍ່ໃຫ້ມີການສະແດງບົດບາດອອກສື່ ຫຼື ອອກງານສັງຄົມພໍເທົ່າໃດ.


ສໍາລັບປັດໄຈຕົ້ນຄວາມສໍາເລັດຂອງບໍລິສັດເບຍລາວນັ້ນ ເດັ່ນໆ ແມ່ນຂຶ້ນກັບ 2 ປັດໄຈຕົ້ນຕໍນັ້ນກໍຄື:

1.    ຜະລິດຕະພັນ ທີ່ມີຄຸນນະພາບ: ສໍາຫຼັບສູດເບຍລາວ ໃນເມື່ອກ່ອນເປັນຂອງຝຣັ່ງເສດ ແຕ່ປັດຈຸບັນກໍໄດ້ມີການປັບ ປຸງກາຍເປັນສູດປະສົມ ທີ່ນໍາເອົາຫົວເຊື້ອມາຈາກປະເທດເຢຍລະມັນ ໂດຍວັດຖຸດີບຫຼັກແມ່ນເຂົ້າ ເຊິ່ງກໍປະກອບມີທັງເຂົ້າປູກເອງພາຍໃນປະເທດ ປະສົມກັບເຂົ້າບາເລ ທີ່ນໍາເຂົ້າຈາກປະເທດຝຣັ່ງເສດແລະ ເບວຢຽມ ແລ້ວປັບປຸງລົດຊາດໃຫ້ເຂົ້າກັບເບຍລາວ ທີ່ບໍ່ຂົມຫຼາຍ ແລະ ມີຟອງທີ່ນຸ່ມນວນ. ໃນອະດີດການປຸງເບຍ ນໍ້າແມ່ນຖືເປັນສ່ວນປະກອບສໍາຄັນຕໍ່ລົດຊາດ ເຊິ່ງເມື່ອກ່ອນບໍລິສັດເບຍລາວ ກໍໄດ້ໃຊ້ນໍ້າສ້າງ ເຊິ່ງເຫັນວ່າ ຄຸນນະພາບນໍ້າໄດ້ມີການປ່ຽນໄປ ປັດຈຸບັນຈຶ່ງຫັນມາໃຊ້ນໍ້າຂອງ ໂດຍຜ່ານຂະບວນການກັ່ນກອງແບບມາດຕະການ ຈຶ່ງເຮັດໃຫ້ໝົດປັນຫາເລື່ອງລົດຊາດຜິດຜ້ຽນ

2.    ກົນລະຍຸດການຕະຫຼາດ-ການຂາຍ ຄືການນໍາເອົາອັດຕະລັກ ຂອງຄຳວ່າ ຈິງໃຈ ປະສົມປະສານກັບວັດທະນະທຳລາວ ໃສ່ລົງໄປໃນແບນ ແລະ ຜະລິດຕະພັນເບຍລາວ ເພື່ອສື່ສານເຖິງການເປັນເບຍປະຈຳຊາດ ທີ່ເປັນຄວາມພາກ ພູມໃຈຂອງຄົນລາວ ດັ່ງສື່ໂຄສະນາເບຍລາວທີ່ວ່າ ເບຍລາວ ພູມໃຈໃນຄວາມເປັນລາວ. ພ້ອມນັ້ນ, ເບຍລາວ ກໍໄດ້ເຂົ້າມາມີບົດບາດເປັນຜູ້ອຸປະຖຳຫຼັກເກືອບທຸກງານກິດຈະກຳລະດັບຊາດ ແລະ ຊຸມຊົນ ບໍ່ວ່າຈະເປັນງານທາງ ການ, ງານບຸນປະເພນີຕ່າງໆ.


    ເບຍລາວ ເປັນບໍລິສັດທີ່ສ້າງລາຍຮັບໃຫ້ແກ່ງົບປະມານແຫ່ງຊາດເປັນອັນດັບໜຶ່ງ, ເຊີ່ງປີໜຶ່ງລັດຖະບານມີລາຍຮັບທາງກົງຈາກບໍລິສັດເຖິງ 2.000 ຕື້ກວ່າກີບ ແລະ ໄດ້ຈາກທາງອ້ອມໂດຍການມອບເປັນພັນທະຈາກຕົວແທນຈໍາໜ່າຍຮ້ານຄ້າ ແລະ ຮ້ານບໍລິການໃນທົ່ວປະເທດຫຼາຍຮ້ອຍຕື້ກີບ, ເປັນບໍລິສັດນໍາໜ້າໃນການນໍາໃຊ້ເຕັກໂນໂລຊີທັນຍຸກທັນສະໄໝມາຕະຫຼອດ, ທັງເປັນແບບຢ່າງໃນການຜັນຂະ ຫຍາຍແນວ ທາງນະໂຍບາຍການປ່ຽນແປງໃໝ່ທາງດ້ານເສດຖະກິດຂອງພັກ ແລະ ລັດຖະບານ, ນອກຈາກນີ້ ບໍລິສັດ ເບຍລາວ ໄດ້ສ້າງວຽກເຮັດງານທໍາໂດຍກົງໃຫ້ແກ່ແຮງງານເກືອບ 3.000 ຄົນ ແລະ ແຮງງານປິ່ນອ້ອມຈາກການປູກເຂົ້າ, ການບໍລິການ ແລະ ອື່ນໆ ຫຼາຍໝື່ນແຮງງານ

ປັດຈຸບັນ ເບຍລາວ ໄດ້ກາຍເປັນບໍລິສັດໃຫຍ່ລະດັບຊາດ ທີ່ມີໂຮງງານຢູ່ 3 ແຫ່ງ ຄື: ຢູ່ນະຄອນຫຼວງວຽງຈັນ 2 ແຫ່ງ ແລະ ແຂວງ ຈໍາປາສັກ 1 ແຫ່ງ. ນອກຈາກນີ້ ຍັງມີແຜນຂະຫຍາຍໂຮງງານອີກ 1 ແຫ່ງຢູ່ ແຂວງຫຼວງພະບາງໃນຕໍ່ໜ້າ. ໂດຍມີກໍາລັງການຜະລິດລວມ ເຖິງ 950 ລ້ານລີດຕໍ່ປີ ລື່ນປີ 1973 ເຖິງ 300 ກວ່າເທົ່າ. ໃນນີ້ລວມມີ 3 ຜະລິດຕະພັນຫຼັກ ຄື: ເບຍ, ນໍ້າອັດລົມໃນເຄືອແປັບຊີ ແລະ ນໍ້າດື່ມຫົວເສືອ. ເບຍລາວ ໄດ້ກວມສ່ວນແບ່ງຕະຫຼາດພາຍໃນປະເທດຫຼາຍກວ່າ 95% ມາຫຼາຍປີ, ນໍ້າອັດລົມໃນເຄືອເປັບຊີ ກວມຕະຫຼາດ 80%, ນໍ້າດື່ມຫົວເສືອກວມຕະຫຼາດ 70%. ສະເພາະເບຍລາວ ມີການສົ່ງອອກເຖິງ 20 ກວ່າປະເທດ ເຊັ່ນ: ຈີນ, ສະຫະລັດອາເມລິກາ, ຍິ່ປຸ່ນ, ເອີຣົບ, ໄທ, ຫວຽດນາມ ແລະ ອື່ນຯ


ສໍາລັບ ເບຍລາວ ກໍຄົງຍັງເປັນຕົວແທນຂອງຄວາມຈິງໃຈຂອງຄົນລາວ ທີ່ຕ້ອງໄດ້ຊົມໃຊ້ເຂົ້າໃນທຸກງານລ້ຽງ, ສັງສັນ, ຊຸມແຊວ ຫຼື ກະຊັບມິດສຳພັນທະໄມຕີ; ບໍ່ວ່າພວກເຮົາຈະພົບເຈີກັບວິກິດໜັກໜາພຽງໃດ ຫຼື ບໍລິສັດ ຈະປັບລາຄາຂຶ້ນລາວສູງພຽງໃດ ແຕ່ເບຍລາວ ກໍຍັງຄົງໄດ້ຮັບຄວາມໄວ້ໃຈ ແລະ ເປັນຕົວແທນຂອງຄວາມຈິງໃຈ ຈາກຄົນລາວສະເໝີມາ ຕາມສະໂລແກນຂອງເບຍລາວທີ່ວ່າ ເບຍລາວ ເບຍຂອງຄົນລາວ ຄົນຈິງໃຈ.

แสดงความคิดเห็น

1 ความคิดเห็น