Ticker

14/recent/ticker-posts

ເປັນພະນັກງານລັດ ມີດີແນວໃດ

     ໃນແຕ່ລະປີ ຈະມີບັນດິດຈົບໃໝ່ ຈຳນວນຫຼັກຫຼື່ນ ທີ່ມຸ່ງໝັ້ນ ແລະ ຕັ້ງໜ້າຕັ້ງຕາ ປະກອບແບບຟອມສອບເສັງບັນຈຸເຂົ້າລັດຖະກອນ ຫຼື ບາງຄົນ ກໍເຖິງຂັ້ນ ວິ່ງເຕັ້ນ ໃຊ້ເສັ້ນສາຍ ແລະ ເງິນຄຳ ເຮັດທຸກວິຖີທາງ ເພື່ອໃຫ້ໄດ້ມາເຊິ່ງການເປັນລັດຖະກອນ ແລະ ກໍມີກຸ່ມຄົນອີກຈໍານວນບໍ່ໜ້ອຍ ທີ່ມີມານະອົດທົນ ໃຊ້ຄວາມດີ ແລະ ນໍ້າອົດນໍ້າທົນເຂົ້າສູ້ ຝາກຕົວເປັນພະນັກງານອາສາສະໝັກ ນັບ 10 ປີ ເພື່ອແລກກັບຄວາມເຫັນໃຈວ່າມື້ໃດໜຶ່ງ ຈະຕ້ອງຖືກບັນຈຸເຂົ້າສັງກັດລັດ.


     ທັງໆທີ່ ໄລຍະ 6 ປີຫຼັງມານີ້ ລັດຖະບານກໍໄດ້ມີມາດຕະການຫຼຸດຜ່ອນໂຄຕ້າຕົວເລກພະນັກງານລັດຖະ ກອນລົງທຸກປີ ອັນເນື່ອງມາຈາກວ່າ ພວກເຮົາມີອັດຕາສ່ວນພະນັກງານ-ລັດຖະກອນ ໃນຈຳນວນຫຼາຍເມື່ອທຽບໃສ່ກັບຈໍານວນພົນລະເມືອງໃນທົ່ວປະເທດທີມີປະມານ 7 ລ້ານກວ່າຄົນ ແຕ່ປັດຈຸບັນພວກເຮົາມີພະນັກງານ-ລັດ ຖະກອນທັງໝົດ 178.821 ຄົນ ກວມເອົາ 2,47% ຂອງຈຳນວນປະຊາກອນພາຍໃນປະເທດ ແລະ ຖືເປັນປະເທດທີ່ມີພະນັກງານລັດ ຫຼາຍ ເປັນອັນດັບ 4 ໃນອາຊຽນ ເຊິ່ງຫາກນັບຍ້ອນໄປໃນມື້ກໍຕັ້ງການປະຕິວັດ ແມ່ນພວກເຮົາມີພະນັກງານພຽງ 1.805 ຄົນ ຕໍ່ມາໃນໄລຍະຕົ້ນຂອງການປົດປ່ອຍປະເທດຊາດນັ້ນ ແມ່ນມີພະນັກງານ ປະມານ 38.000 ຄົນ ໃນຈຳນວນ 38000 ຄົນ ສ່ວນໃຫຍ່ແມ່ນມາຈາກການປຸກລະດົມ, ຂົນຂວາຍ ຜູ້ທີ່ພໍອ່ານອອກຂຽນໄດ້ ເພື່ອໃຫ້ເຂົ້າມາຊ່ວຍປະກອບສ່ວນສ້າງສາພັດທະນາປະເທດຊາດ ແລະ ຈາກມື້ນັ້ນມາຈົນເຖິງມື້ນີ້ ໃນເວລາ ພຽງ 40 ກວ່າປີ ພວກເຮົາມີພະນັກງານເພີ່ມຂຶ້ນເຖິງ ເກືອບ 5 ເທົ່າຕົວ ອັນໄດ້ເຮັດໃຫ້ພາກລັດຕ້ອງແບກຫາບພາລະຄ່າໃຊ້ຈ່າຍທາງດ້ານງົບປະມານເປັນຈໍານວນຫຼາຍ ແລະ ກາຍເປັນທີ່ມາຂອງຄຳວ່າ ພະນັກງານເຫຼືອບໍ່ພໍ.

    
ສະຖິຕິໂຄຕ້າລັດຖະກອນ

    ແລ້ວຄຳຖາມກໍຄືວ່າ ອາຊີບພະນັກງານ-ລັດຖະກອນ ມັນໜ້າສົນໃຈ, ສ້າງຄວາມໝັ້ນຄົງ ຫຼື ສ້າງຄວາມມັ້ງຄັ່ງ ໄດ້ຫຼາຍພຽງໃດ ຈຶ່ງເຮັດໃຫ້ຫຼາຍຄົນຫຼົງໄຫຼ ໄຝ່ຝັນໃນອາຊີບນີ້ ເຊິ່ງຄລິບວີດີໂອນີ້ຊິພາທ່ານຜູ້ຊົມໄປຄົ້ນຫາ ວ່າເປັນພະນັກງານລັດ ມັນມີດີແນວໃດ? ເທົ່າທີ່ພໍສັງລວມໄດ້ ກໍໜ້າຈະປະມານວ່າ:

1.)  ມີຄວາມໝັ້້ນຄົງ: ນັບແຕ່ວັນທີ່ໄດ້ຮັບເຂົ້າບັນຈຸເຂົ້າເປັນລັດຖະກອນ ທ່ານກໍສາມາດຝາກຕົວໄວ້ກັບອາຊີບດັ່ງກ່າວຈົນຮອດມື້ກະສຽນອາຍຸຢ່າງຍາວນານ ໂດຍທີ່ບໍ່ຈໍາເປັນຕ້ອງຢ້ານວ່າອົງກອນຈະລົ້ມລະລາຍ ຫຼື ຖືກໄລ່ອອກ ອັນເກີດມາຈາກບັນຫາເສດຖະກິດ ສັງຄົມມີຄວາມຫຍຸ້ງຍາກແນວໃດກໍແ້ລວແຕ່ ເຖ້າຫາກທ່ານບໍ່ເຮັດຜິດ ແລະ ຖືກປະຕິບັດວິໄນຢ່າງຮ້າຍແຮງ ຫຼື ໄດ້ທຳຜິດທາງອາຍາ ໂດຍຖືກສານຕັດສິນອິດສະຫຼະພາບ.

2. ມີສະຫວັດດິການສັງຄົມ: ເມື່ອຕ້ອງເຈັບເປັນເອັນອຸ່ນທ່ານກໍຈະໄດ້ຮັບການນະໂຍບາຍຕ່າງໆເຊັ່ນ: ການໃຊ້ສິດໃນບັດປະກັນສັງຄົມ ເຂົ້າປິ່ນປົວໃນໂຮງໝໍຂອງລັດທີ່ຖືກເລືອກໄວ້ຟຣີ ໂດຍບໍ່ມີຄ່າໃຊ້ຈ່າຍ. ນອກນັ້້ນ, ກໍຍັງສາມາດລາພັກເບິ່ງແຍງຄອບຄົວ, ລາພັກນາມເຈັບປ່ວຍ ແລະ ລາພັກປະຈໍາປີ ເຊິ່ງປີໜຶ່ງກຳນົດໃຫ້ລາພັກ 15 ວັນ ບໍ່ນັບມື້ພັກລັດຖະການ ແລະ ຍັງໄດ້ຮັບສິດພິເສດສາມາດຄອບລາໄດ້ເປັນປົກກະຕິ ໂດຍບໍ່ຕ້ອງຖືດຕັດເງິນເດືອນຄືກັບເອກະຊົນ ແລະ ທີ່ສໍາຄັນເມື່ອຍາມເຄາະຮ້າຍບໍ່ຖາມຫາ ຫາກມີອັນເປັນໄປກ່ອນກະສຽນອາຍຸ ກໍຍັງຈະໄດ້ຮັບນະໂຍບາຍອຸດໜູນຊ່ວຍເຫຼືອຄອບຄົວຈາກພາກລັດ ທີ່ເຮັດໃຫ້ບໍ່ຕ້ອງເປັນພາລະແກ່ຄົນທີ່ຢູ່ທາງຫຼັງ.


3.) ມີບໍາເນັດ, ບໍານານ ແລະ ເງິນອຸດໜູນປະເພດຕ່າງໆເຊັ່ນ: ຖ້າຖືກບັນຈຸເປັນພະນັກງານ-ລັດຖະກອນ ຕັ້ງແຕ່ງ 5 ປີຂຶ້ນໄປ ແລະ ຫາກທ່ານມີຄວາມຕ້ອງການຢາກປ່ຽນວຽກໃໝ່ກໍສາມາດສະໜີຂໍຮັບບໍາເນັດ ເພື່ອນໍາເງິນກ້ອນໄປລົງທຶນໃນກິດຈະການອື່ນໆໄດ້ ແຕ່ຈະໄດ້ໜ້ອຍຫຼືຫຼາຍ ແມ່ນຂຶ້ນຢູ່ກັບປີການ ແລະ ເງິນເດືອນພື້ນຖານທີ່ໄດ້ຮັບ, ຫຼື ຖ້າບໍ່ມັກຄວາມສ່ຽງກໍສາມາດປະກອບອີາຊີບພະນັກງານ ໄປຈົນເຖິງກະສຽນອາຍຸ ເພື່ອຮັບອຸດໜູນບໍານານ ທີ່ຈະເບີ່ງແຍງ ແລະ ຈ່າຍເບ້ຍລ້ຽງໃນແຕ່ລະເດືອນໃຫ້ແກ່ທ່ານຈົນເຖິງມື້ສີ້ນຊີບ. ແລະ ໃນໄລຍະທີ່ຈັດຕັ້ງປະບັດວຽກງານ ກໍຍັງຈະໄດ້ຮັບເງິນອຸດໜູນລູກ, ອຸດໜູນເມຍ, ເງິນນໍ້າມັນ, ເງິນຕໍາແໜ່ງ, ເງິນອອກວຽກນອກອີກດ້ວຍ.

4.) ມີຍົດ ຊັ້ນ ຕໍາແໜ່ງ: ການຖືກບັນຈຸເປັນພະນັກງານລັດ ບໍ່ວ່າຈະເປັນລັດຖະກອນ ລວມເຖິງ ນາຍທະຫານ ຕໍາຫຼວດ ກໍລ້ວນແຕ່ມີຍົດ ຊັ້ນ ຕໍາແໜ່ງ ປະດັບ ສ້າງຄວາມພາກພູມໃຈໃນວິຊາຊີບ ລວມເຖິງພີ່ນ້ອງວົງຕະກູນອີກດ້ວ. ໃນການຈັດຕັ້ງປະຕິບັດວຽກງານກໍຈະໄດ້ຮັບການເລື່ອນຂັ້ນເງິນເດືອນໃນທຸກໆ 2 ປີ ແລະ ຫາກທ່ານມີຄວາມ ຮູ້ຄວາມສາມາດແທ້ ກໍຍັງມີໂອກາດໄຕ່ເຕົ້າຂຶ້ນເປັນຜູ້ບໍລິຫານໃນສາຍງານນັ້ນໆ ຫຼື ອາດຂ້າມສາຍເຂົ້າມາໃນແວດວົງຜູ້ບໍລິຫານໃນລະດັບເມືອງ ລະດັບແຂວງ ແລະ ລະດັບຂັ້ນສູນກາງ ຕາມແຕ່ຄວາມສາມາດ.

5.) ໄດ້ຮັບການຍົກລະດັບ ແລະ ບໍາລຸງກໍ່ສ້າງ: ຕະຫຼອດໄລຍະປະຕິບັດໜ້າທີ່ສັງກັດລັດ ທ່ານຍັງມີສິດໄດ້ຮັບການພັດທະນາ ແລະ ສົ່ງເສີມຈາກອົງກອນ ບໍ່ວ່າຈະເປັນຮູບການຝຶກອົບຮົມ, ເຂົ້າຮຽນຕໍ່ໃນສາຍວິຊາສະເພາະ ຫຼື ຍົກລະດັບທາງດ້ານທິດສະດີການເມືອງ ເພື່ອເປັນອີກໜຶ່ງຂັນໄດ້ໄຕເຕົ້າໃນຍົດ ຊັ້ນ ຕໍາແໜ່ງອີກດ້ວຍ.

6.) ມີຄວາມໝັ້ນຄົງທາງດ້ານການເງິນ: ເຖິງແມ່ນເງິນເດືອນຈະບໍ່ຄ່ອຍຫຼາຍ ເມື່ອທຽບໃສ່ ການເຮັດວຽກໃນບໍລິສັດເອກະຊົນ ແລະ ຄ່າຄອງຊີບພາຍໃນປະເທດທີ່ແພງແບບໂຄດໆ ແຕ່ເງິນເດືອນດັ່ງກ່າວກໍຖືວ່າມີຄວາມໝັ້ນຄົງ ທັງຍັງໄດ້ຮັບການປັບຂຶ້ນຕາມດັດສະນີ ແລະ ຊັ້ນຂັ້ນ ທີ່ຖືກເລື່ອນຂຶ້ນ ໂດຍບໍ່ຈຳເປັນຕ້ອງກັງວົນກັບຜົນຂອງການປະຕິວັດວຽກງານ ວ່າສໍາເລັດຫຼາຍໜ້ອຍພຽງໃດ  ເພາະທ່ານກໍຍັງຈະໄດ້ຮັບອຸດໜູນເງິນເດືອນເປັນປົກກະຕິຢູ່ດີ ຕາມຕຳລາ ເຊົ້າມາແລງກັບ.

7.) ມີເວລາຫວ່າງຫາອາຊີບເສີມ: ດ້ວຍລະບົບໂຄງສ້າງທີ່ໃຫຍ່ ແລະ ມີພະນັກງານ-ລັດຖະກອນ ແຕ່ບໍລິມາດວຽກຖືວ່າໜ້ອຍ ເມື່ອທຽບໃສ່ກັບບໍລິສັດເອກະຊົນ ຈຶ່ງເຮັດທ່ານສາມາດບິແບ່ງເວລາຈາກການນັ່ງຕັ່ງໃນຫ້ອງການ ເພື່ອ  ຫາລາຍໄດ້ເສີມໃນຫຼາຍຊ່ອງທາງຕາມແຕ່ຄວາມຖະໜັດຂອງແຕ່ລະຄົນ.

ແນ່ນອນລະຫວ່າງຫຼຽນຍ່ອມມີ 2 ດ້ານສະເໝີ ທຸກສິ່ງຢ່າງຍ່ອມມີທັງດີ ແລະ ເສຍປະປົນກັນໄປ ບໍ່ເວັ້ນແມ່ນກະທັ່ງອາຊີບລັດຖະກອນ ກໍເຊັ່ນດຽວກັນ ໃນເມື່ອມີຂໍ້ດີ ກໍຕ້ອງມີຂໍ້ເສຍອັນເປັນດ້ານມືດເຊັ່ນດຽວກັນ ບໍ່ວ່າຈະເປັນລະບອບອຸປະຖໍາ, ເສັ້ນສາຍເຄືອຍາດ ທີ່ບອກເລີຍວ່າ ໂລກຂອງລະບົບລັດຖະການນີ້ຢູ່ຍາກຂຶ້ນມາທັນທີ ຫາກທ່ານນາມສະກຸນບໍ່ໃຫຍ່ພໍ ແລະ ທັງລວມໄປເຖິງຂະບວນການການສົກສວຍບຸນວາດສະໜາຜ່ານໜ້າທີ່ຕໍາແໜ່ງຕ່າງໆອີກດ້ວຍ.

ແຕ່ເໜືອກວ່າສິ່ງອື່ນໃດຂໍ້ດີຂອງການປະກອບອາຊີບເປັນພະນັກງານ-ລັດຖະກອນທີ່ກ່າວມາໃນເບື້ອງຕົ້ນ ກໍຄົງເປັນເລື່ອງຂອງ ຄວາມພາກພູມໃຈ ທີ່ຄັ້ງໜຶ່ໄດ້ປະກອບສ່ວນຊ່ວຍພັກ, ຊ່ວຍລັດ  ເຂົ້າໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ອັນເປັນບ້ານເກີດເມືອງນອນຂອງຕົນ

ແລ້ວທ່ານເດ ເຫັນວ່າອາຊີບນີ້ ມີດີ ຄືແນວໃດ?


แสดงความคิดเห็น

0 ความคิดเห็น