Ticker

14/recent/ticker-posts

ຕາມຮອຍດອກຈຳປາ ກ່ອນຈະມາເປັນດອກໄມ້ປະຈໍາຊາດລາວ

     ຮູ້ ຫຼື ບໍ່ວ່າ ດອກຈຳປາ ດອກໄມ້ປະຈໍາຊາດ ຂອງຊົນຊາດລາວນີ້ ແທ້ທີ່ຈິງແລ້ວ ມີຖິ່ນກຳເນີດຢູ່ທະວີບອາເມລິກາກາງ ແລະ ອາເມລິກາໃຕ້ ທີ່ຖືກຄົ້ນພົບໂດຍນັກພຶກສາສາດຊາວຝຣັ່ງເສດ ເມື່ອປະມານ 500 ປີທີ່ແລ້ວ ແຕ່ດ້ວຍເຫດໃດດອກໄມ້ທີ່ມີຈຸດກຳເນີດຫ່າງໄກອອກໄປນັບໝື່ນ ນັບແສນກິໂລແມັດ ຈຶ່ງໄດ້ແຜ່ຂະຫຍາຍເຂົ້າມາຮອດລາວ ຈົນກາຍເປັນດອກໄມ້ປະຈຳຊາດຂອງຊາວລາວໄປໄດ້ ບົດຄວາມນີ້ ຈະພາທ່ານຜູ້ຊົມໄປຍ້ອນເວລາຫາອະດີດໄປນໍາກັນ.


ດອກຈຳປາ ຖືວ່າເປັນຣາຊະນີແຫ່ງດອກໄມ້ເມືອງຮ້ອນ ທີ່ຕິດພັນກັບຄວາມເຊື່ອຂອງມວນມະນຸດ ແລະ ເລື່ອງເລົ່າຂານຫຼາກຫຼາຍ ທັງຍັງແຕກຕ່າງກັນອອກໄປໃນແຕ່ລະປະເທດ; ເຖິງແມ່ນວ່າຊາວລາວ ຈະຖືເອົາ ດອກຈຳປາ ເປັນດອກໄດ້ປະຈຳຊາດຂອງຕົນມາດົນນານແລ້ວ ແຕ່ເມື່ອເຈາະເລິກລົງໄປໃນລາຍລະອຽດແທ້ໆ ວ່າແມ່ນໃຜ, ກະສັດອົງໃດ ຫຼື ລັດຖະບານສະໄໝໃດ ເປັນຜູ້ປະກາດໃຫ້ດອກຈຳປາເປັນດອກໄມ້ປະຈໍາຊາດລາວ ໃນປີທີ່ເທົ່າໃດ? ຊໍ້າພັດບໍ່ສາມາດຄົ້ນຫາຄຳຕອບໄດ້ຢ່າງລະອຽດຈະແຈ້ງ.

ຫາກຄົ້ນຫາຂໍ້ມູນກ່ຽວກັບດອກຈຳປາຊໍ້າພົບວ່າ ດອກໄມ້ຊະນິດນີ້ເປັນດອກໄມ້ເຂດຮ້ອນ ມີທີ່ບໍ່ແມ່ນພັນພືດໃນທ້ອງ ຖິ່ນອາຊີ ໂດຍພົບວ່າ: ຖິ່ນກຳເນີດດັ່ງເດີມຂອງດອກຈຳປາ ແມ່ນຢູ່ທີ່ເຂດທະວີບອາເມລິກາກາງ ແລະ ອາເມລິກາໃຕ້ ແຕ່ຫາກແຜ່ຂະຫຍາຍອອກໄປທົ່ວໂລກຍ້ອນມີຄົນນໍາໄປປູກ ເຊິ່ງນັກວິທະຍາສາດສາມາດພິສູດຫຼັກຖານໄດ້ບ່ອນວ່າ ນອກຈາກຖິ່ນກຳ ເນີດເດີມແລ້ວ ແມ່ນບໍ່ມີປະເທດໃດເລີຍ ທີ່ມີຕົ້ນຈໍາປາເກີດຂຶ້ນເອງຕາມທຳມະຊາດ ຕົວຢ່າງເຊັ່ນ: ປະເທດລາວເຮົາ ແມ່ນຈະມີປ່າໄມ້ສັກ ປ່າໄມ້ແຕ້ ປ່າໄມ້ດູ່ ປ່າໄມ້ຕິ້ວ ຫຼື ປ່າໄມ້ຊະນິດອື່ນໆ ແຕ່ກັບບໍ່ມີປ່າຈຳປາ ຈະມີກໍພຽງພົບຢູ່ຕາມບ້ານຮ້າງວັດຮ້າງ ທີ່ຄົນປູກປະໄວ້ ທັງຕົ້ນຈໍາປາຈະໃຫຍ່ປະປົນກັບປ່າໄມ້ອື່ນກໍແມ່ນມີນ້ອຍ.


ຈຸດເລີ່ມຕົ້ນຂອງການຄົ້ນພົບດອກຈຳປາ ເລີ່ມຕົ້ນໃນປີ 1522 ໂດຍທ່ານ fansisco Mendoza ຄຸນພໍ່ຊາວສະເປນ ໄດ້ຂຽນກ່ຽວກັບຕົ້ນດອກຈຳປາໄວ້ໃນເອກະສານ ຊື່ ບາເດຍນັສ ເມນູສຄລິບ badianus manuscrip ໄວ້ວ່າ: ຖິ່ນກຳເນີດຂອງຕົ້ນຈຳປາ ແມ່ນຢູ່ປ່າໂຄກເຂດແມັກຊິໂກ ແລະ ລົງໄປຫາເຂດປານາມາ ທະວີບອາເມລິກາງ ແລະ ອາເມລິກາໃຕ້, ຊາວພື້ນເມືອງເຂດນັ້ນໄດ້ນໍາເອົາມາປູກໄວ້ໃນສວນ ເພື່ອເປັນຢາປົວພະຍາດຫຼາຍຊະນິດ ແຕ້ຍ້ອນຄວາມງາມ ແລະ ຄວາມຫອມຂອງດອກຈຳປາ ໃນເວລາຕໍ່ມາຈຶ່ງເຮັດໃຫ້ໄດ້ຮັບຄວາມນິຍົມຈາກຊາວສະເປນຢ່າງກວ້າງຂວາງ ເຊິ່ງມັກຈະນໍາມາປູກອ້ອມໂບດ ແລະ ປ່າຊ້າ ທັງຍັງມັກນໍາຕິດຕົວໄປເຜີຍແຜ່ສາສະໜາຂອງນັກບວດ.



ແຕ່ອີກຂໍ້ມູນໜຶ່ງກ່ຽວກັບຕົ້ນຈໍາປາ ທີ່ໄດ້ຮັບການເຜີຍແຜ່ ແລະ ຮັບຮູ້ຢ່າງກວ້າງຂວາງ ຄື ໃນສະໄໝພະເຈົ້າຫຼຸຍທີ 14 ຂອງຝຣັ່ງ, ເຊິ່ງເປັນໄລຍະໃກ້ຄຽງກັບອານາຈັກລ້ານຊ້າງໃນສະໄໝເຈົ້າສຸລິຍະວົງສາທຳມິກະລາດ ທີ່ພະອົງໄດ້ແຕ່ຕັ້ງທ່ານ ຊາຣ ປລູມີເອ ນັກພຶກສາສາດ ອອກໄປຄົ້ນຫາຕົ້ນໄມ້ຊະນິດໃໝ່ໃນແຖບທະວີບອາເມລິກາ. ເຊິ່ງທ່ານ ຊາຣ ປລູມີເອ ກໍໄດ້ເດີນທາງໄປທະວີບອາເມລິກາເຖິງ 3 ຄັ້ງ ກ່ອນຈະໄປພົບເຂົ້າກັບຕົ້ນຈໍາປາ ທີ່ເຕີບໃຫຍ່ໃນປ່າເຂດແຫ້ງແລ້ງ ແຕ່ກັບມີດອກງົດງາມ ແລະ ສົ່ງກິ່ນຫອມຫວນ ຢູ່ທີ່ເໝາະເກາະຄາລິບຽນ ທະວີບອາເມລິກາໃຕ້

 ທ່ານຈຶ່ງໄດ້ນໍາກັບມາຖວາຍພະເຈົ້າຫຼຸຍທີ 14 ແລ້ວທຳການປູກໄວ້ໃນພຣະຣາຊະວັງ. ຕໍ່ມາຈຶ່ງໄດ້ມີການຕັ້ງຊື່ດອກຈຳປາວ່າ ປລູມີເອລາ ເຊິ່ງເປັນການໃຫ້ກຽດໃຫ້ທ່ານ ຊາຣ ປລູມີເອ ທີ່ເປັນຜູ້ຄົ້ນພົບ ແລະ ໃນທາງວິທະຍາສາດກໍໄດ້ມີການນໍາໃຊ້ຊື່ວ່າ ປລູມີເອລາ ມາຈົນເຖິງປັດຈຸບັນ. ສ່ວນຜູ້ຄົນໃນບໍລິເວນອາຊີກໍຮຽກຊື່ໄປຫຼາກຫຼາຍເຊັ່ນ: ຄົນຂະເໝນ ຮຽກວ່າ ຈຳປາຂອມ, ຄົນອິນໂດເນເຊຍ ຮຽກວ່າ ຈຳປາກຳພູຊາ ຫຼື ບຸຫງາກຳໂພດ, ຄົນໄທ ຮຽກວ່າ ລັ່ນທົມ, ຄົນ ຈີນ ຮຽກວ່າ ຈີຕັນຮວາ ແປວ່າ ດອກໄຂ່ໄກ, ຄົນມອນ ຮຽກວ່າຈຳປາໂໝ່ນ ຫຼື ຈຳປາມອນ ແລະ ຄົນລາວ ຮຽກວ່າ ຈຳປາລາວ.

ຊາຣ໌ ປລູມີເອ

ສ່ວນທີ່ວ່າ ຕົ້ນຈຳປາ ໄດ້ແຜ່ຂະຫຍາຍເຂົ້າສູ່ລາວໄດ້ແນວໃດນັ້ນ ສຸດທີ່ຈະຫາຫຼັກຖານມາກ່າວອ້າງໄດ້ ວ່າເຂົ້າມາຕັ້ງແຕ່ສະໄໝໃດ ແຕ່ຫາກນໍາເອົາຫຼັກຖານທາງບູຮານຄະດີ ແລະ ຄວາມເປັນມາທາງປະຫວັດສາດ ມາປະກອບການພິຈາລະນາ ຊໍ້າພົບວ່າ ມີຄວາມເປັນມາຍາວນານກວ່າທີ່ຝຣັ່ງຊາວຕາເວັນຕົກໄດ້ຄົ້ນພົບ ແລະ ບັນທຶກເອົາໄວ້ເສຍອີກ ເຊັ່ນ:

ດອກຈຳປາທີ່ວັດພູຈໍາປາສັກ:  ຟັງແຕ່ຊື່ກໍໜ້າຈະຮູ້ດີວ່າດິນແດນແຫ່ງນີ້ຕິດພັນກັບຄຳວ່າຈຳປາມາຢ່າງຍາວນານ ເຊິ່ງວັດພູ ຖືເປັນປູສະນີຍະສະຖານເກົ່າແກ່ ເປັນຕົວແທນແຫ່ງອະຣິຍະທຳສະໄໝຂອມ ທີ່ອົງການຢູເນັດສະໂກໄດ້ຮັບຮອງເປັນມໍລະດົກໂລກໃນປີ 2001. ສະຖາປັດຕະຍະກຳແຫ່ງນີ້ ກໍ່ສ້າງຂຶ້ນໃນສະຕະວັດທີ 5 ເຊິ່ງຖືວ່າກ່ອນການສ້າງມະຫາຜາສາດອັງກໍວັດ ແຫ່ງອານາຈັກຂອມ, ໃນເບື້ອງຕົ້ນຂອງການກໍ່ສ້າງວັດພູ ແມ່ນເປັນເທວະສະຖານໃນສາສະໜາພາມ ແລະ ຕໍ່ມາໃນລະຫວ່າງສະຕະວັດທີ 11-13 ຈຶ່ງໄດ້ຫັນປ່ຽນມາເປັນບ່ອນສັກກາລະບູຊາຂອງສາສະໜາພຸດ ສືບເນື່ອງມາຈົນເຖິງປັດຈຸບັນ.

ເຊິ່ງໃນບໍລິເວນຖ້ານຫີນນັບຫຼາຍພັນປ່ຽງ ທີ່ຖືກຈັດວາງເປັນຖັນແຖວຍາວຢຽດຕັ້ງແຕ່ຕີນພູຈົນເຖິງຈອມພູ ທັງສອງຝາກຂ້າງນັ້ນ ແມ່ນປະດັບດ້ວຍຕົ້ນດອກຈໍາປາ ທີ່ຍັງຄົງມີຊີວິດຊີວາຍາວນານມາຈົນເຖິງປັດຈຸບັນ. ເຊິ່ງມີການສັນນິຖານວ່າໃນສະໄໝກ່ອນໆນັ້ນ ໜ້າຈະມີການປູກຕົ້ນດອກຈຳປາ ຈຳນວນຫຼາຍປະດັບໄວ້ໃນສະຖານແຫ່ງນີ້ ແຕ່ຕົກມາເຖິງປັດຈຸບັນແມ່ນຍັງເຫຼືອ ຕົ້ນຈຳປາພຽງ 27 ຕົ້ນ ເຊິ່ງບາງຕົ້ນໃຫຍ່ ມີລວງຮອບເຖິງ 3 ແມັດ ສູງ 12 ແມັດ ແລະ ຮາກຝອຍທີ່ສອດແຊກກັບແຜ່ນຫີນໃນວັດພູຈຳປາສັກ ທີ່ພົ້ນໜ້າດິນຂຶ້ນມານັ້ນ ມີຂະໜາດໃຫຍ່ເທົ່າລໍາແຂນ ເຊິ່ງເປັນຫຼັກຖານວ່າຕົ້ນຈຳປາດັ່ງກ່າວ ໄດ້ຝັງຮາກເລິກລົງດິນແດນແຫ່ງນີ້ມາຢ່າງຍາວນານ.

ວັດພູຈຳປາສັກ

ວັດພູຈຳປາສັກ

ຕົ້ນຈໍາປາໃນສະໄໝພະເຈົ້າໄຊຍະເສດຖາທິລາດ: ມີຫຼັກຖານລະບຸວ່າເມື່ອພະເຈົ້າໄຊຍະເສດຖາທິລາດ ໄດ້ຍ້າຍນະຄອນ ຫຼວງຈາກຊຽງດົງຊຽງທອງ ກໍຄືຫຼວງພະບາງ ມາຕັ້ງຣາຊະທານີທີ່ວຽງຈັນ ເມື່ອປີ 1560 ຕົ້້ນຈຳປາ ກໍຖືກນໍາມາປູກຢູ່ໃນກຳແພງເບື້ອງໃນຂອງຫໍຜາສາດພະຣາຊະວັງ ຮ່ວມກັບຕົ້ນໄມ້ຈວງ, ໄມ້ຈັນ, ຕົ້ນພ້າວ, ຕົ້ນຕານ ແລະ ອື່ນໆ

ນອກນັ້ນ, ໃນສະໄໝຂອງເຈົ້າໄຊຍະເສດຖາທິລາດ ພະອົງກໍຊົງໄດ້ຮ່ວມກັບພະເຈົ້າແຜ່ນດິນແຫ່ງກຸງສີອະຢຸດທະຢາ ກໍ່ ສ້າງພະທາດສີສອງຮັກ ທີ່ເມືອງດ່ານຊ້າຍ ຈັງຫວັດເລີຍ ປະເທດໄທ ເຊິ່ງເປັນຊາຍແດນລະຫວ່າງສອງອານາຈັກໃນສະໄໝນັ້ນ  ທັງຍັງໄດ້ມີການປູກຕົ້ນຈໍາປາ ຈຳນວນ 15 ຕົ້ນ ໃນບໍລິເວນພະທາດ ເພື່ອເປັນສັກຂີພະຍານແຫ່ງການຜູກສໍາພັນທະໄມຕີ ແລະ ຄຳສາບານ ທີ່ຈະຮ່ວມກັນຕໍ່ຕ້ານການຮຸກຮານຂອງພະມ້າ. ເຊິ່ງຫາກທຽບຂໍ້ມູນທາງປະຫວັດສາດດັ່ງກ່າວນີ້ແລ້ວ, ຊໍ້າພັດຊີ້ຊັດວ່າ ໃນພື້ນທີ່ປະເທດລາວ ໄດ້ມີການປູກຕົ້ນຈໍາປາ ກ່ອນທີ່ຈະມີການຄົ້ນພົບຂອງທ່ານ ຊາຣ ປລູມີເອ ນັກພືກສາສາດຂອງຝຣັ່ງ ເສດເສຍອີກ.

ບໍ່ພຽງແຕ່ຫຼັກຖານທາງປະຫວັດສາດ ແລະ ບູຮານຄະດີເທົ່ານັ້ນ ທີ່ປະຮ່ອງຮອຍຂອງດອກຈຳປາເອົາໄວ້ ແມ່ນກະທັ້ງໃນດ້ານງານວັນນະກຳ ທີ່ເປັນນິທານພື້ນບ້ານ ກໍມີການກ່າວອ້າງເລື່ອງຕົ້ນຈຳປາ ຢ່າງກໍລະນີນິທານເລື່ອງ ຈຳປາສີ່ຕົ້ນ ທີ່ຖືກແຕ່ງຂຶ້ນໃນລັດຖະສະໄໝຂອງເຈົ້າສຸລິຍະວົງສາທຳມິກະລາດ ໃນລະຫວ່າງ ປີ 1638-1690 ເຊິ່ງເປັນສະໄໝທີ່ອານາຈັກລ້ານຊ້າງຮຸ່ງເຮືອງອີກຍຸກໜຶ່ງ ໂດຍນິທານດັ່ງກ່າວ ໄດ້ເລືອກຢິບຍົກເອົາ ສີຂອງດອກຈຳປາ 4 ສີ ຄື: ສີຂາວ, ເຫຼືອງ, ແດງ ແລະ ເຫຼື້ອມດັ່ງຄຳ ມາໃຊ້ເປັນຕົວລະຄອນດຳເນີນໃນເລື່ອງນິທານດັ່ງກ່າວ.

ພະທາດສີສອງຮັກ

ແຕ່ປະເດັນເລື່ອງຕົ້ນຈຳປາກໍມີການພະຍາຍາມຫາຫຼັກຖານ ແລະ ສັນນິຖານໄປຕ່າງໆນາໆເຊັ່ນ: ມີນັກວິຊາການຈຳ ນວນໜຶ່ງ ໄດ້ສັນນິຖານວ່າຕົ້ນຈຳປາ ອາດຈະເຂົ້າສູ່ດິນແດນອາຊີຕາເວັນອອກສ່ຽງໃຕ້ ໂດຍຜ່ານພໍ່ຄ້າຊາວຝຣັ່ງເສດ ຫຼື ບໍ່ ກໍອາດມາຈາກການເຂົ້າມາລ່າອານານິຄົມຂອງຝຣັ່ງ ເຊັ່ນ ໃນຫວຽດນາມ, ກຳປູເຈຍ ແລະ ລາວ ແຕ່ເມື່ອເຍືອງເບິ່ງຂໍ້ສັນນິຖານດັ່ງກ່າວ ກັບຄວາມຜູກພັນດອກຈຳປາຂອງຊົນຊາດໃນບໍລິເວນນີ້ ຊໍ້າພັດມີໄລຍະເວລາທີ່ຍາວໄກກວ່ານັ້ນ.

ພາບຖ່າຍທີ່ວັດຈັນ ປີ 1912

ພາບຖ່າຍທີ່ເຫັນນີ້ ຄືພາບຖ່າຍຈິງ ທີ່ຖ່າຍຂຶ້ນໃນປີ 1912 ຫຼື 110 ປີທີ່ແລ້ວ ໃນໄລຍະທີ່ຝຣັ່ງເຂົ້າມາປົກຄອງລາວ ໂດຍເປັນພາບຖ່າຍຊາກປະລັກຫັກພັງຢູ່ທີ່ວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈາກຜົນການເຜົາຜານເມືອງວຽງຈັນຂອງສະຫຍາມ ແຕ່ຫາກພິຈາລະນາສັງເກດສາກດ້ານຫຼັງ ຈະເຫັນຕົ້ນຈຳປາຂະໜາດໃຫຍ່ຕົ້ນໜຶ່ງ ເບິ່ງລໍາຕົ້ນເປັນກະປູດ ກະເປົາບິດບ້ຽວ ພໍຈະກະຕວງໄດ້ວ່າ ມີອາຍຸຍາວນານພໍສົມຄວນ ອາດຈະມີການປູກຂຶ້ນພ້ອມກັບການກໍ່ສ້າງວັດຈັນ; ທັງຍັງເຫັນວ່າລໍາຕົ້ນ ມີຮ່ອງຮອຍເຄີຍກຸດມາແລ້ວ ຈຶ່ງມີງ່າປົ່ງໃໝ່ ເຊິ່ງມີການສັນນິຖານວ່າໃນຕອນນັ້ນວັດຈັນ ຖືກເຜົາໄປກັບເມືອງວຽງຈັນ ຕົ້ນຈຳປາຕົ້ນນີ້ ກໍຖືກໄຟໄໝຢ່າງສາຫັດແຕ່ບໍ່ຕາຍ ເຊິ່ງຄຳສັນນິຖານນີ້ຍັງສອດຄ່ອງກັບຂໍ້ມູນທາງວິທະຍາສາດທີ່ວ່າ ຕົ້ນຈຳປາ ເປັນຕົ້ນໄມ້ ທີ່ທົນທານຕໍ່ຄວາມຮ້ອນ ໃນອຸນຫະພູມເຖິງ 500 ອົງສາ.

ສ່ວນຄຳຖາມທີ່ວ່າເຫດໃດ ດອກຈຳປາຈຶ່ງກາຍມາເປັນດອກໄມ້ປະຈໍາຊາດລາວ ກາຍເປັນສັນຍາລັກຂອງຊາວລາວນັ້ນ ອີງຕາມໜັງສື: ຈຳປາໃນດວງໃຈ ຂອງທ່ານ ດຣ ອຸທະກີ ຈຸລາມະນີ ຄຳຜຸຍ ເຊິ່ງເປັນລູກສາວຂອງທ່ານ ອຸຕະມະ ຈຸລາມະນິ ຜູ້ໃຫ້ກຳເນີດບົດເພງອຳມະຕະຢ່າງຈຳປາເມືອງລາວ ທີ່ໄດ້ຈັດພິມເນື່ອງໃນໂອກາດສະເຫຼີມສະຫຼອງນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ກໍໄດ້ມີການກ່າວເຖິງໃນເລື່ອງການເປັນດອກໄມ້ປະຈໍາຊາດ ທີ່ພໍສະຫຼຸບໄດ້ວ່າ:

ຄວາມຈິງແລ້ວແມ່ນບໍ່ມີການບັນຍັດ, ບໍ່ມີການສັ່ງການໃດໆໃຫ້ຖືເອົາດອກຈຳປາເປັນດອກໄມ້ປະຈໍາຊາດລາວ ແຕ່ດ້ວຍອາລົມຈິດຮ່ວມກັນຂອງຊາວລາວ ທີ່ມີຄວາມຜູກພັນກັບດອກໄມ້ຊະນິດນີ້ມາຢ່າງຍາວນານ ທັງຍັງເຄີຍຖືກໃຊ້ເປັນສັນຍາ ລັກຂອງການຕໍ່ສູ້ກູ້ຊາດຕ້ານລ່າເມືອງຂຶ້ນຝຣັ່ງ, ທີ່ຂັບຮ້ອງອອກມາເປັນບົດເພງຈຳປາເມືອງລາວ  ຈຶ່ງເຮັດໃຫ້ຄົນລາວພາກັນຍົກ ຍ້ອງເປັນດອກໄມ້ປະຈໍາຊາດໄປໃນຕົວ ຕົກມາເຖິງໄລຍະແຫ່ງການສ້າງຊາດ ແລະ ກໍ່ສ້າງປະຊາຊົມອາຊຽນຮ່ວມກັບປະເທດເພື່ອນບ້ານ ກອງເລຂາອາຊຽນກໍໄດ້ລະບຸເອົາດອກຈຳປາເປັນດອກໄມ້ແຫ່ງຊາດ ແລະ ເປັນສັນຍາລັກຂອງປະເທດລາວໃນຕອນນັ້ນ.

ເຖິງແມ່ນວ່າມາຈົນເຖິງປັດຈຸບັນ ຍັງຈະຫາບົດສະຫຼຸບເລື່ອງຫຼັກຖານການເຂົ້າມາຂອງດອກຈຳປາໃນດິນແດນປະເທດລາວຍັງບໍ່ທັນໄດ້ ແຕ່ສິ່ງທີ່ປາກົດເປັນປະຈັກຕາ ນັ້ນກໍຄືປະຊາຊົນລາວເຮົາກໍໄດ້ເຄີຍຊົມໃຊ້ດອກຈຳປາເປັນປະເພນີສືບທອດມາແຕ່ບູຮານນະການ ແລະ ຍັງສຶບຕໍ່ມາຈົນທຸກມື້ນີ້ ເປັນຕົ້ນແມ່ນການຮ້ອຍເປັນພວງມາໄລຫ້ອຍຄໍໃນບຸນສົງການ, ການເອົາດອກລົງນໍ້າ ເປັນນໍ້າອົບນໍ້າຫອມເພື່ອສົງນໍ້າພະ, ແຕ່ງໃສ່ຂັນຮັບແຂກບ້ານແຂກເມືອງ ລວມທັງໝູ່ແມ່ຍິງລາວກໍນໍາໃຊ້ເຂົ້າໃນການປະດັບເອ້ຢ້ອງໃຫ້ເກີດຄວາມສວຍງາມ ດັ່ງໃນຄຳມ້ວນທ້າຍຂອງບົດເພງຈຳປາເມືອງລາວທີ່ວ່າ: ເຈົ້າດວງຈຳປາ ມາລາງາມຍິ່ງ ມິ່ງເມືອງລາວເອີຍ.



แสดงความคิดเห็น

0 ความคิดเห็น