Ticker

14/recent/ticker-posts

ກຳເນີດ ນາຍພົນຄົນທຳອິດຂອງລາວ "ສິງກະໂປ ສີໂຄດຈຸນນະມາລີ"

     ຈາກອະດີດນາຍຄູ ສູ່ເສັ້ນທາງນາຍພົນຜູ້ທຳອິດແຫ່ງກອງທັບລາວອິດສະຫຼະ ທ່ານ ສິງກະໂປ ສີໂຄດຈຸນນະມາລີ ນາຍທະຫານນັກປະຕິວັດຜູ້ມີຊື່ສຽງຊ່າລື ເຊິ່ງໃນປາງສົງຄາມຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນນັ້ນ ພໍແຕ່ໄດ້ຍິນຊື່ສິງກະໂປ ສີໂຄດຈຸນນະມາລີ ກໍເຮັດໃຫ້ທະຫານຝ່າຍກົງກັນຂ້າມ ຕ້ອງຂວັນເສຍໄດ້ແລ້ວ ຊໍ້າຍັງມີເລື່ອງເລົ່າລືກັນຕື່ມວ່າ ທ່ານເປັນນາຍທະຫານທີ່ຊຽວຊານເລື່ອງໝັດມວຍ ຕໍ່ສູ້ເກັ່ງ ໜັງໜຽວ ແລະ ຢູ່ຢົງຄົງກະພັນອີກດ້ວຍ.


ສ່ວນເລື່ອງລາວ ແລະ ຊີວິດການປະຕິວັດຂອງທ່ານຈະເປັນຄືແນວນັ້ນໃດນັ້ນ ພວກເຮົາຈະມາເລົ່າສູ່ຟັງ

    ທ່ານ ສິງກະໂປ ສີໂຄດຈຸນນະມາລີ ຊື່ນີ້ຟັງເບິ່ງແລ້ວບໍ່ຄືກັບຊື່ຊາວລາວ ເຮັດໃຫ້ຜູ້ຄົນທົ່ວໄປ ຫຼື ນັກການທະຫານຊາວຕາ ເວັນຕົກ ທີ່ເຂົ້າມາຮົບຢູ່ລາວໃນຕອນນັ້ນ ເຂົ້າໃຈວ່າທ່ານເປັນນາຍທະຫານຕ່າງຊາດ ທີ່ມາຊ່ວຍຝ່າຍອິດສະຫຼະຕໍ່ສູ້ ແຕ່ຄວາມເປັນຈິງທີ່ຖືກບອກເລົ່າຈາກປາກຂອງທ່ານເອງ ໄດ້ເຄີຍເລົ່າວ່າ: ເຊື້ອສາຍກຳເນີດຂອງທ່ານ ເປັນຊາວຈັງຫວັດອຸດອນຣາຊະທານີ ປະເທດໄທໃນປັດຈຸບັນ ໂດຍຕົ້ນຕະກູນຂອງທ່ານຖືເປັນຕະກູນໃຫຍ່ ເຊິ່ງປູ່ມີຊື່ວ່າ ມັງຄະລະຄີລີ ເປັນນັກຟັນດາບຜູ້ມີຊື່ສຽງລ່ຽງລື ອັນມີດາບຂຽວຫຍົກ ຫຼື ຂຽວຄືປີກແມງພູ່ ທັງໜຽວ ແລະ ອ່ອນ ຈົນສາມາດຂົດເປັນວົງ ແລ້ວເກັບມ້ຽນໃນຝັກໄດ້ ກ່າວກັນວ່າດາບດັ່ງກ່າວສາມາດຕັດຕົ້ນກ້ວຍທີ່ຮຽງກັນ 3 ຕົ້ນໄດ້ຢ່າງງ່າຍດາຍ ຫຼື ສາ ມາດຜ່າແມງວັນທີ່ບິນຢູ່ກາງອາກາດໄດ້ເປັນ 2 ທ່ອນ.



    ສ່ວນການທີ່ທ່ານໄດ້ຊື່ວ່າສິງກະໂປ ບໍ່ຄືກັບຊາວລາວນີ້ ກໍເນື່ອງມາຈາກວ່າ ໃນໄລຍະຕົ້ນທີ່ຝຣັ່ງເຂົ້າມາຮຸກຮານລາວນັ້ນ ປູ່ຂອງທ່ານ ໄດ້ຮວບຮວມສະໝັກພັກພວກຊາວບ້ານອອກຕໍ່ສູ້ຕ້ານກັບຝຣັ່ງເສດ ແຕ່ເນື່ອງຈາກວ່າກຳລັງຂອງຝ່າຍຝຣັ່ງແຂງແຮງກວ່າ ເຮັດໃຫ້ການຕໍ່ສູ້ບໍ່ໄດ້ຮັບໄຊຊະນະ ແລະ ເພື່ອເປັນການຮັກສາກຳລັງ ຜູ້ເປັນປູ່ ຈຶ່ງໄດ້ນຳພາ ລູກຫຼານຈຳນວນໜຶ່ງ ລີ້ໄພໄປຢູ່ທີ່ປະເທດສິງກະໂປ.

    ພໍສະຖານະການເລິ່ມຜ່ອນຄາຍ ປູ່ກໍໄດ້ກັບມາດິນແດນລາວອີກຄັ້ງ ເຊິ່ງເປັນໄລຍະພໍດີ ມີຫຼານຊາຍຜູ້ໜຶ່ງຖືກຳເນີດຂຶ້ນ ຈຶ່ງໄດ້ມີການຕັ້ງຊື່ວ່າ ສິງກະໂປ ເພື່ອເປັນອະນຸສອນຊີວິດວ່າໃນຊ່ວງໜຶ່ງໄດ້ຕໍ່ສູ້ກັບນັກລ່າອານານິຄົມ. ສ່ວນນາມສະກຸນເດີມນັ້ນ ແມ່ນສີໂຄດ ຕໍ່ມາ ປູ່ຈຶ່ງໄດ້ຕື່ມຄໍາວ່າ ຈຸນນະ ກັບມາລີ ເຂົ້າໄປຕື່ມ ຊຶ່ງມີຄວາມໝາຍວ່າ: ສີໂຄດ ແມ່ນໝາຍເຖິງລູກຫຼານເຊື້ອ ສາຍຂອງອານາຈັກສີໂຄດຕະບູນ. ຈຸນນະ ແປວ່າກວ້າງໃຫຍ່ໄພສານ ແລະ ມາລີ ແມ່ນໝາຍເຖິງຄວາມຈະເລີນຮຸ່ງເຮືອງ, ຄວາມງາມສະຫງ່າ.

    ໂດຍທ່ານ ສິງກະໂປ ເກີດເມື່ອວັນທີ 10 ກຸມພາ 1913 ທີ່ບ້ານທ່າແຂກກາງ ເມືອງທ່າແຂກ ແຂວງຄຳມ່ວນ ໃນຊົນຊັ້ນຕະກຸນຂຸນນາງ ພໍ່ຊື່ວ່າ ພະນະຄອນຈຸ່ມ ເປັນຂ້າຣາຊະການຊັ້ນຜູ້ໃຫຍ່ ໃນສະໄໝຝຣັ່ງປົກຄອງລາວ ແລະ ແມ່ຊື່ນາງມາລີທອງ; ຍ້ອນເກີດໃນຄອບຄົວມີຖານະຊົນຊັ້ນຂຸນນາງນີ້ເອງ ຈຶ່ງເຮັດໃຫ້ທ່ານໄດ້ມີໂອກາດເຂົ້າສຶກສາຮໍ່າຮຽນໃນໂຮງຮຽນທີ່ຝຣັ່ງຕັ້ງຂຶ້ນ. ແຕ່ດ້ວຍບຸກຄະລິກເປັນຄົນດຸດັນ ຫົວແຂງ ບໍ່ຍອມຄົນງ່າຍໆ ໃນໄວເດັກທ່ານມັກຈະຖືກຂະໜານນາມວ່າ ທ້າວທອງຍາກ ຫຼື ບັກຍາກ ທັງຍັງເປັນຫົວໜ້າກຸ່ມແກ໊ງຊາວລາວ ນໍາພາຄົນໄປຕີຊາວຝຣັ່ງເສດຢູ່ເປັນປະຈໍາ ແຕ່ທາງການຝຣັ່ງເສດບໍ່ມີຫຼັກຖານມັດຕົວ ອີກທັງຜູ້ເປັນບິດາກໍເປັນຜູ້ມີອິດທິພົນພໍສົມຄວນ.

    ພໍຮຽນຈົບຊັ້ນມັດທະຍົມຕົ້ນຢູ່ທີ່ທ່າແຂກ ກໍໄດ້ເດີນທາງຂຶ້ນມາຮຽນຕໍ່ທີ່ວຽງຈັນ ຕໍ່ມາໃນໄລຍະປີ 1930 ກໍສຶກສາຈົບຊັ້ນອະນຸປະລິນຍາສາຂາຄູ ແລະ ເລີ່ມທຳການປະກອບອາຊີບນາຍຄູແຕ່ບັດນັ້ນມາ. ໂດຍໄດ້ເລີ່ມຕົ້ນຮັບໃຊ້ຢູ່ທີ່ວຽງຈັນ 1 ປີ ຫຼັງ ຈາກນັ້ນກໍໄດ້ຍ້າຍມາເປັນຮອງອຳນວຍການໂຮງຮຽນທີ່ເມືອງປາກເຊ ແຂວງເຊໂດນ ເຊິ່ງກໍຄືແຂວງຈຳປາສັກໃນປັດຈຸບັນ, ຈົນຮອດປີ 1936 ຈຶ່ງໄດ້ຖືກຍ້າຍມາເປັນຮອງອຳນວຍການໂຮງຮຽນມັດທະຍົມທີ່ທ່າແຂກ ທັງໄດ້ພົບຮັກ ແລະ ສ້າງຄອບຄົວ ກັບນາງ ເກີດມີ ໃນຂະນະທີ່ມີອາຍຸໄດ້ 25 ປີ ຈາກນັ້ນ ຮອດປີ 1940 ທ່ານຈຶ່ງໄດ້ກ້າວຂຶ້ນສູ່ຕໍາແໜ່ງຜູ້ອຳນວຍການໂຮງຮຽນມັດທະຍົມທ່າແຂກ.

    ນອກຈາກມີອາຊີບເປັນຄູສອນແລ້ວ ອີກງານຖະໜັດ ແລະ ເປັນຄວາມມັກຮັກສ່ວນຕົວນັ້ນກໍຄືການຕີມວຍ ໂດຍອາໄສໝັດມວຍນີ້ເອງ ເຮັດໃຫ້ທ່ານໄດ້ເປີດສັງຄົມໃຫ້ກວ້າງອອກ ແລະ ຍັງໄດ້ໄປຜູກສໍາພັນແຮກສ່ຽວຜູ້ຄົນຕ່າງໆ ເຊິ່ງໜຶ່ງໃນນັ້ນກໍຄື ທ່ານ ຈໍາລອງ ເຊິ່ງເປັນນັກເຄື່ອນໄຫວເສລີໄທສາຍອີສານ ໃນຂະບວນການຂອງທ່ານປຣີດີ ພະນົມຍົງ ທັງສອງຍັງຊອກເລາະຕີ ມວຍໃນທັງດິນແດນລາວ ແລະ ພາກອີສານຂອງໄທຢູ່ເປັນປະຈຳ.

    ໃນລະຫວ່າງປີ 1940 ໃນຂະນະທີ່ທ່ານເຂົ້າດຳລົງຕໍາແໜ່ງຜູ້ອຳນວຍການໂຮງຮຽນມັດທະຍົມທ່າແຂກຢູ່ນັ້ນ ກໍເປັນໄລຍະທີ່ຝຣັ່ງ ແລະ ໄທ ເກີດຂໍ້ພິພາດຂັດແຍ່ງກັນຂຶ້ນ ກ່ຽວກັບເລື່ອງດິນແດນຂອງລາວ ໂດຍຝຣັ່ງເປັນຝ່າຍເສຍປຽບ ແລະ ຍອມລົງນາມໃນອະນຸສັນຍາປັກປັນເຂດແດນໃນວັນທີ 9 ພຶດສະພາ 1941 ທີ່ຝຣັ່ງຈຳຍອມຍົກດິນແດນແຂວງໄຊຍະບູລີ ແລະ ຈຳປາສັກໃນປັດຈຸບັນ ໃຫ້ແກ່ໄທ.


    ຈາກກໍລະນີເສຍດິນແດນດັ່ງກ່າວ ຝຣັ່ງຈຶ່ງຕື່ນຕົວຢ້ານຊາວລາວຈະຫັນໄປນິຍົມໄທ ເຊິ່ງໃນຂະນະນັ້ນຝ່າຍໄທເອງ ກໍພະຍາຍາມຫາຊ່ອງວ່າງທວງຄືນດິນແດນ ແລະ ລັກລອບຕິດຕໍ່ເຊື້ອເຈົ້າຝ່າຍລາວຢ່າງປິດລັບ. ດັ່ງນັ້ນ, ຝຣັ່ງຈຶ່ງໄດ້ພະຍາຍາມເອົາ ໃຈຊົນຊັ້ນປົກຄອງໃນລາວ ດ້ວຍການປ່ຽນແປງລະບອບການປົກຄອງຫຼວງພະບາງ ໃຫ້ກັບໄປເປັນການປົກຄອງແບບກະສັດລາວບູຮານ ທັງຍັງໄດ້ມີການສົ່ງເສີມໃຫ້ມີການຈັດຕັ້ງລັດຖະບານອີກຣາຊະອານາຈັກຫຼວງພະບາງຂຶ້ນອີກດ້ວຍ.

    ເຊິ່ງໃນດ້ານໜຶ່ງກໍແມ່ນເພື່ອເປັນການປົກປ້ອງສິດ ແລະ ກອບໂກຍຜົນປະໂຫຍດຈາກລາວໃຫ້ຫຼາຍທີ່ສຸດ.  ແຕ່ອີກດ້ານໜຶ່ງ ກໍເປັນການເພີ່ມທະວີຂູດຮີດຊາວລາວ ເຊັ່ນພາຍໃຕ້ຄໍາສັ່ງຂອງນາຍພົນຊ້ອງເດີ ພວກຝຣັ່ງກໍໄດ້ອອກແຜນນະໂຍບາຍ ໃນຊື່ໂຄງ ການປະຕິຮູບລາວເພື່ອຟຶ້ນຟູຊາດ ທີ່ໄດ້ແຕ່ກົດຂີ່ຂູດຮີດແຮງງານ, ມີການເພີ່ມເກັບພາສີໄຮ່-ນາ, ສ່ວຍສາອາກອນ. ນອກນັ້ນ, ກໍຍັງໄດ້ມີການຊວນເຊື່ອ-ເບື່ອເມົາຊາວລາວ ດ້ວຍການເປີດໂຮງຝິ່ນ, ຄາຊິໂນ, ໂຮງເຫຼົ້າ, ໂຮງບາ, ຂາຍບໍລິການ ຕ່າງໆນາໆ

    ຈາກຈຸດນີ້ເອງ ຈຶ່ງເຮັດໃຫ້ທ່ານສິງກະໂປເລີ່ມຕັ້ງຄຳຖາມກັບສັງຄົມລາວໃນຕອນນັ້ນ ແລະ ຫັນໜ້າສູ່ຂະບວນການປະຕິວັດ ໃນຊື່ພັກຄອມມູນິດອິດູຈີນ ເຊິ່ງໃນຂະນະນັ້ນຢູ່ລາວແມ່ນເລີ່ມມີການເຄື່ອນໄຫວກ່ຽວກັບແນວທາງສັງຄົມອຸດົມການຄອມມູນິດ ເພື່ອທຳການປະຕິວັດຊາດໃນຊື່ ອົງຄະນະພັກແຄວ້ນລາວ ທີ່ຂຶ້ນຕໍ່ພັກຄອມມູນິດອິນດູຈີນ.

    ການລິເລີ່ມເຂົ້າສູ່ເສັ້ນທາງສະມາຊິກພັກນັ້ນ ແມ່ນເລີ່ມຂຶ້ນໃນຕົ້ນປີ 1942 ໃນຖານະຄູຜູ້ອຳນວຍການໄດ້ ລົງໄປກວດຄວາມເປັນລະບຽບຮຽບຮ້ອຍການຮຽນການສອນຢູ່ທີ່ໂຮງຮຽນປະຖົມບໍ່ໂພນຕິ້ວ ທ່ານກໍໄດ້ພົບກັບຄູລັດ ເຊິ່ງເປັນສະມາຊິກພັກຄອມມູນິດອິນດູຈີນ ເຮັດໜ້າທີ່ແຝງຕົວຢູ່ຮາກຖານ ເພື່ອປຸກລະດົມຂົນຂວາຍປະຊາຊົນລຸກຂຶ້ນຕໍ່ສູ້ກັບຝຣັ່ງ ຈຶ່ງໄດ້ແນະນໍາ ທ່ານສິງກະໂປຮູ້ຈັກກັບສະມາຊິກພັກຫຼາຍສະຫາຍແລະ ທ່ານ ສິງກະໂປເອງ ກໍໃຊ້ເວລາເຖິງ 4 ປີ ໃນການຝຶກຝົນຫຼໍ່ຫຼອມຕົນເອງ ກ່ອນຈະຖືກຮັບເຂົ້າເປັນສະມາຊິກພັກ ໃນປີ 1946


    ຢູ່ທີ່ເມືອງທ່າແຂກ ໃນຖານະທີ່ເປັນທັງຄູ ແລະ ຜູ້ອຳນວຍການໂຮງຮຽນທີ່ມີຄວາມມັກຮັກໃນກີລາມວຍ ຈຶ່ງເຮັດໃຫ້ທ່ານສິງກະໂປ ໄດ້ທຳການຮວບຮວມຊາວໜຸ່ມເມື່ອງທ່າແຂກ ຈັດຕັ້ງສະມາຄົມກິລາກາຍະກຳຂຶ້ນ ເຊິ່ງເນື້ອແທ້ກໍແມ່ນສະມາຄົມຊາວລາວຄຳມ່ວນກູ້ຊາດ ທີ່ກາຍເປັນສ່ວນໜຶ່ງໃນກຳລັງກອງທັບອິດສະຫຼະໃນເວລາຕໍ່ມາ.

    ອີກຜົນງານໂດດເດັ່ນ ແລະ ເປັນວິລະກຳທີ່ຈົດຈໍາຝັງໃຈຂອງຊາວລາວ ກໍຄືການຮ່ວມກັບສະເດັດເຈົ້າສຸພານຸວົງ ໃນບັ້ນຮົມປ້ອງກັນເມືອງທ່າແຂກໃນວັນທີ 21 ມີນາ 1946 ໂດຍຄວາມສໍາພັນຂອງທ່ານສິງກະໂປ ກັບທ່ານສຸພານຸວົງ ແມ່ນຖືວ່າມີຄວາມແໜ້ນແຟ້ນພໍສົມຄວນ ເນື່ອງຈາກທ່ານສິງກະໂປ ຖືເປັນຜູ້ນໍາພາໃນການຮ້ອງຂໍໃຫ້ທ່ານສຸພານຸວົງ ກັບລາວເພື່ອຊ່ວຍຕໍ່ສູ້ກູ້ຊາດ ເຊິ່ງໃນຂະນະນັ້ນ ທ່ານສຸພານຸວົງ ແມ່ນຮຽນຈົບມາຈາກຕ່າງປະເທດ ແລະ ປະຈຳການຢູ່ທີ່ເມືອງເວ້ປະເທດຫວຽດນາມ;

    ເຊິ່ງທ່ານສຸພານຸວົງ ຖືວ່າມາອາຍຸແກ່ກວ່າທ່ານ ສິງກະໂປ 3 ປີ ດັ່ງນັ້ນ, ໃນການພົບກັນຄັ້ງທໍາອີດທີ່ທ່າແຂກນັ້ນ ທ່ານ ສິງ ກະໂປ ຈຶ່ງຂໍເປັນນ້ອງຮັກ ແລະ ທັງສອງກໍຮັກໄຄ່ກົມກຽວກັນດັ່ງອ້າຍນ້ອງແທ້ໆ ທີ່ຮ່ວມຕໍ່ສູ້ກັນຈົນບັນລຸໄຊຊະນະ ແລະ ສາ ມາດປົດປ່ອຍປະເທດຊາດໄດ້.

    ບົດບາດການເປັນຄູຂອງທ່ານສິງກະໂປ ຕ້ອງຈົບລົງເມື່ອພາຍຫຼັງມີການປະກາດເອກະລາດ ໃນວັນທີ 12 ຕຸລາ 1945 ຈັດຕັ້ງລັດຖະບານລາວອິດສະຫຼະຂຶ້ນ ໄດ້ພຽງບໍ່ເຖິງປີ ແຕ່ຝຣັ່ງ ກໍຫວນກັບມາຍຶດຄອງລາວ ຈຶ່ງເຮັດໃຫ້ຂະບວນການລາວອິດສະ ຫຼະຕ້ອງລີ້ໄພໄປຢູ່ທີ່ປະເທດໄທ ເຊິ່ງໃນຈຳນວນນີ້ ກໍລວມທັງທ່ານ ສິງກະໂປ ນໍາ.

    ແຕ່ເສັ້ນທາງທີ່ເຮັດໃຫ້ທ່ານ ສິງກະໂປເຂົ້າສູ່ ຊີວິດນາຍທະຫານຢ່າງເຕັມຮູບແບບກໍຄື ພາຍຫຼັງທີ່ຂະບວນການລັດຖະບານລາວອິດສະຫຼະພັດຖິ່ນຢູ່ໃນປະເທດໄທ ແຕກແຍກເປັນ 2 ຝ່າຍ: ຄືຝ່າຍເຈົ້າສຸວັນນະພູມາ ຍອມຮັບຂໍ້ສະເໜີຝຣັ່ງ ແລ້ວກັບຄືນປະເທດ.

    ສ່ວນຝ່າຍຂອງເຈົ້າສຸພານຸວົງ ແມ່ນຍັງຈະສືບຕໍ່ເດີນໜ້າທຳການຕໍ່ສູ້ກູ້ຊາດຕໍ່ໄປ, ທ່ານສິງກະໂປ ກໍແມ່ນຜູ້ໜຶ່ງທີ່ບໍ່ຍອມກົ້ມຫົວໃຫ້ຝຣັ່ງ ຈຶ່ງໄດ້ຮ່ວມກັບເຈົ້າສູພານຸວົງ ເດີນທາງກັບປະເທດລາວ ແລະ ສຶບຕໍ່ໄປຍັງບໍລິເວນຊາຍແດນລາວ-ຫວຽດນາມ ທີ່ຕູເຍນກວາງ ເຊິ່ງຕັ້ງຢູ່ທາງພາກຕະເວັນຕົກສ່ຽງເໜືອຂອງຫວຽດນາມ ເຊິ່ງຂະນະຈັ້ນເປັນກອງບັນຊາການໃຫຍ່ຂອງຫວຽດມິນ ແລ້ວຈັດຕັ້ງກອງກຳລັງຕິດອາວຸດຂອງຕົນຂຶ້ນ ພ້ອມທັງມີການຮ່ວຕົວກັນເປັນອົງກອນ ໃນນາມຄະນະກຳມະການລາວຝ່າຍຕໍ່ ຕ້ານພາກຕະເວັນອອກ ຮ່ວມກັບທ່ານ ໄກສອນ ພົມວິຫານ, ທ່ານໜູຮັກ ພູມສະຫວັນ.

    - ໃນປີ 1957 ທ່ານໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກອງກຳລັງແນວລາວຮັກຊາດ ເຂົ້າຮ່ວມການລວມລາວຄັ້ງທີ 1 (18 ພະຈິກ 1957)

 ບັນດາຕໍາແໜ່ງສູງສຸດຂອງທ່ານ ສິງກະໂປ ໃນພາລະກິດປະຕິວັດນັ້ນ

- ຕໍາແໜ່ງສູງສຸດພາຍໃນພັກ ແມ່ນກຳມະການຄະນະພັກທະຫານດ້ານຮົບຊຽງຂວາງ ໄລຍະ 1961-1972

- ຕໍາແໜ່ງພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ແມ່ນເປັນລັດຖະມົນຕີຊ່ວຍວ່າການກະຊວງຄົມມະນາຄົມໂຍທາ ແລະ ຂົນສົ່ງ, ປະທານສັນຕິພາບໂລກ, ປະທານຄະນະກິລາໂອລິມປິກແຫ່ງຊາດ ຈົນຕະຫຼອດຊີວິດ


แสดงความคิดเห็น

0 ความคิดเห็น