Ticker

14/recent/ticker-posts

ນາຍພົນ ພູມີ ໜໍ່ສະຫວັນ ກັບບົດບາດພໍ່ຄ້າຝິ່ນໃນລາວ

     ໃນອະດີດສົງຄາມກາງເມືອງໃນລາວ ຫຼື ທີ່ສື່ຕ່າງປະເທດມັກຈະເອີ້ນວ່າສົງຄາມລັບໃນລາວນັ້ນ ຫາກບໍ່ແມ່ນພຽງແຕ່ເປັນການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ທີ່ມີສາກຫຼັງເປັນສົງຄາມຕົວແທນລະຫວ່າງສອງຂົ້ວມະຫາອຳນາດ ຢ່າງສະຫະລັດອາເມລິກາຜູ້ນໍາຝ່າຍໂລກເສລີທຶນນິຍົມ ແລະ ສະຫະພາບໂຊຫວຽດ ຜູ້ນໍາໂລກສັງຄົມນິຍົມເທົ່ານັ້ນ.

ທ່ານ ພູມີ ໜໍ່ສະຫວັນ

    
    ແຕ່ສົງຄາມໃນລາວ ຍັງມີສ່ວນກ່ຽວພັນກັບຂະບວນການຄ້າຢາເສບຕິດ ລາຍໃຫຍ່ຂອງໂລກຢ່າງ ຝິ່ນ ເຂົ້າ ມາກ່ຽວພັນອີກດ້ວຍ ເຊິ່ງບຸກຄົນສໍາຄັນທີ່ໄດ້ເຂົ້າມາມີບົດບາດຂັບເຂື່ອນຂະບວນການຄ້າຝິ່ນດັ່ງກ່າວ ກໍບໍ່ແມ່ນຄົນອື່ນໄກ ແຕ່ຫາກແມ່ນບຸກຄົນສໍາຄັນໃນລັດຖະບານພຣະຣາຊະອານາຈັກລາວ ຢ່າງນາຍພົນພູມີ ໜໍ່ສະຫວັນ ລວມເຖິງຜູ້ນໍາກອງກຳລັງພິເສດຢ່າງ ນາຍພົນ ວັງ ປາວ ແລະ ກໍຍັງມີສາຍລັບຊີໄອເອຂອງສະຫະລັດອາເມລິກາ ປະຈໍາລາວອີກດ້ວຍ.
    ສະນັ້ນ, ໃນບົດຄວາມນີ້ ແມ່ນຈະນໍາສະເໜີແງ່ມູນການຕໍ່ສູ້ໃນສົງຄາມການເມືອງລາວ ຜ່ານຂະບວນການຄ້າຢາເສບຕິດໃຕ້ເງົາຂອງນາຍພົນຊົງອິດທິພົນຜູ້ໜຶ່ງຢ່າງ ທ່ານ ພູມີ ໜໍ່ສະຫວັນ.

ທ່ານ ພູມິ ໜໍ່ສະຫວັນ

    ນາຍພົນ ພູມີ ໜໍ່ສະຫວັນ ເປັນຄົນລາວ ທີ່ມີເຊື້ອສາຍຈີນ ເກີດເມື່ອວັນທີ 27 ມັງກອນ 1920 ທີ່ແຂວງສະຫວັນນະເຂດໃນສະໄໝການປົກຄອງຂອງຝຣັ່ງ, ເຂົາເລີ່ມຕົ້ນຊີວິດການງານດ້ວຍການເປັນພະນັກງານຝ່າຍພົນລະເມືອງ ໃນໄລຍະທ້າຍສົງຄາມໂລກຄັ້ງທີ 2 ແລະ ໄດ້ເຂົ້າຮ່ວມເຄື່ອນໄຫວຕໍ່ຕ້ານຍີ່ປຸ່ນໃນປີ 1945 ກັບຄະນະລາວອິດສະຫຼະ.
    
    ແຕ່ພາຍຫຼັງທີ່ຝຣັ່ງຫວນກັບຄືນມາປົກຄອງລາວເປັນຄັ້ງທີ 2 ແລະ ລັດຖະບານລາວອິດສະຫຼະ ຖືກໂຄ່ນລົ້ມ ເຂົາໄດ້ເດີນທາງກັບບ້ານເກີດ ແລະ ເລີ່ມຕົ້ນຊີວິດເປັນທະຫານ ໃນປີ 1950.


    
    ແຕ່ພໍເມື່ອສິ້ນສຸດການປົກຄອງຂອງຝຣັ່ງໃນລາວ ແລະ ສະຫະລັດອາເມລິກາໄດ້ເຂົ້າມາແຊກແຊງລາວໃນປີ 1954 ນາຍທະຫານພູມີ ໜໍ່ສະຫວັນ ກໍສືບຕໍ່ເຂົ້າຮັບໃຊ້ໃນລັດຖະບານພຣະຣາຊະອານາຈັກລາວ.

     ໃນປີ1958 ຫຼັງຈາກການເຂົ້າມາແຊກແຊງລາວຂອງສະຫະລັດອາເມລິກາພຽງ 4 ປີ ໃນຂະນະນັ້ນ ທ່ານ ພູມີ ໜໍ່ສະຫວັນ ເປັນພຽງນາຍທະຫາຍຊັ້ນນາຍພັນ ໃນກອງທັບແຫ່ງຣາຊະອານາ ຈັກລາວ ແຕ່ເຂົາກໍໃຊ້ເວລາພຽງປີກວ່າເທົ່ານັ້ນ ກໍໄດ້ຮັບເລື່ອນຊັ້ນຈາກຍົດນາຍພັນ ຂຶ້ນເປັນພົນຕີ ໄດ້ຢ່າງໜ້າເຫຼືອເຊື່ອ.

    

ເຈົ້າບຸນອຸ້ມ ນະຈຳປາສັກ ແລະ ທ່ານ ພູມີ ໜໍ່ສະຫວັນ

    ຄືຫຼັງຈາກມີການເຊັນສັນຍາສ້າງຕັ້ງລັດຖະບານປະສົມ ລະຫວ່າງຝ່າຍແນວລາວຮັກຊາດ ແລະ ຝ່າຍວຽງຈັນ ໃນປີ 1957 ໂດຍມີສະເດັດເຈົ້າສຸວັນນະພູມມາເປັນນາຍົກລັດຖະມົນຕີ ເຊິ່ງການສ້າງຕັ້ງລັດຖະບານປະສົມຄັ້ງນີ້ ຍັງມີມະຕິເລືອກຕັ້ງເພີ່ມເຕີມ ໃນປີ 1958 ແຕ່ຜົນປະກົດວ່າ ຝ່າຍຊ້າຍແນວລາວຮັກຊາດ ໄດ້ຮັບຄະແນນສຽງຢ່າງຖ້ວມຖົ້ນ ແລະ ຍຶດບ່ອນນັ່ງໃນສະພາ ໄດ້ 9 ທ່ານ, ຈາກການເລືອກຕັ້ງເອົາ 13 ທ່ານ.

    ເຫດການດັ່ງກ່າວຖືເປັນຫຼຸດຄະແນນນິຍົມຂອງຝ່າຍຂວາ ທັງໄດ້ສ້າງຄວາມວິຕົກກັງວົນແກ່ສະຫະລັດອາເມລິກາເປັນຢ່າງຍິ່ງ. ດັ່ງນັ້ນຊີໄອເອ ຫຼືໜ່ວຍສືບຣາຊະການລັບສະຫະລັດອາເມລິກາ ຈຶ່ງໄດ້ເຂົ້າສະໜັບສະ ໜູນຝ່າຍຂວາວຽງຈັນ ກໍ່ຕັ້ງເຄືືອຂ່າຍພັນທະມິດຂອງຕົນຂຶ້ນ ໂດຍມີ ນາຍພົນ ພູມີ ໜໍ່ສະຫວັນ, ທ່ານຄຳພັນ ປັນຍາ, ທ່ານສິສຸກ ນະຈຳປາສັກ, ທ່ານ ອິນແປງ ສຸລິຍະໄທ ເປັນກຳລັງສໍາຄັນ.

    ພາຍໃຕ້ການຊັກຈູງຂອງຊີໄອເອ ພວກເຂົາໄດ້ທໍາການລັດຖະປະຫານລັດຖະບານເຈົ້າສຸວັນນະພູມມາ ແລະ ສະໜັບສະໜູນ ທ່ານ ຜຸຍ ຊະນະນິກອນຂຶ້ນເປັນນາຍົກລັດຖະມົນຕີ.

    ພາຍໃຕ້ລັດຖະບານຜຸຍ ຊະນະນິກອນ, ນາຍພົນ ພູມີ ໜໍ່ສະຫວັນ ຄືຜູ້ທີ່ເປັນຕົວເຊື່ອມລະຫວ່າງລັດຖະ ບານສະຫະລັດອາເມລິກາກັບຝ່າຍຂວາວຽງຈັນ ເພື່ອດຳເນີນນະໂຍບາຍປາບຄອມມູນິດ; ດ້ວຍອຳນາດທີ່ມີຢູ່ ໃນມື ນາຍພົນພູມີ ຈຶ່ງຄິດແຜນການລັດຖະປະຫານລັດຖະບານ ຜຸຍ ຊະນະນິກອນ ຈັດການເລືອກຕັ້ງປອມໆຂຶ້ນມາ ແລະ ຊ່ວຍຊິໄອເອ ສ້າງກອງທັບຂອງຄະນະທະຫານ ທີ່ສອດຮັບເຂົ້າກັບນະໂຍບາຍສະຫະລັດອາເມລິ ກາ ໃນຍຸກຂອງປະທານາທິບໍດີ ໄອເຊັນຮາວ ທີ່ຕ້ອງການປ່ຽນໃຫ້ລາວເປັນລັດທະຫານ ເພື່ອພ້ອມປະເຊີນໜ້າກັບຄອມມູນິດຈີນ ແລະ ຫວຽດນາມ ໃນໜັງສື ຂອງ ອັລເຟດ ແມກຄອຍ ເລື່ອງ ການເມືອງວ່າດ້ວຍເຮໂລອິໃນອາຊີຕາເວັນອອກສ່ຽງໃຕ້ ຊີ້ວ່າລັດຖະບານສະຫະລັດອາເມລິກາໃຫ້ການສະໜັບສະໜູນກອງທັບຂອງນາຍ ພົນ ພູມີ ໜໍ່ສະຫວັນ ເຖິງ 3 ລ້ານໂດລາສະຫະລັດຕໍ່ເດືອນ.

    ຊີວິດຂອງນາຍພົນພູມີ ກຳລັງໄປໄດ້ດີພາຍໃຕ້ການໂອບອຸ້ມຂອງລັດຖະບານສະຫະລັດ ແຕ່ກໍມີອັນໃຫ້ຕ້ອງສະດຸດລົງ ເມື່ອມາເຖິງຍຸກຂອງທ່ານ ຈອນ ເອບ ເຄນເນດີ້ ປະທານາທິບໍດີສະຫວັດລັດຄົນທີ 35 ທີ່ໄດ້ພະຍາມຫຼຸດການປະເຊີນໜ້າລົງ ແລະ ຕັດງົບປະມານທີ່ບໍ່ຈໍາເປັນອອກໄປ

    ເມື່ອສະຫະລັດຕັດງົບປະມານທາງການທະຫານທີ່ເຄີຍໃຫ້ແກ່ລາວອອກໄປ ເຮັດໃຫ້ກອງທັບໃນມືຂອງນາຍພົນພູມີ ເລີ່ມສັ່ນຄອນ ຈຶ່ງເຮັດໃຫ້ເຂົາດີ້ນຮົນພະຍາຍາມຫາແຫຼ່ງທຶນແຫ່ງໃໝ່ ເພື່ອຫຼໍ່ລ້ຽງລັດຖະບານ ແລະ ກອງທັບຂອງຕົນ.

        ແນ່ນອນລະວ່ານາຍທະຫານຜູ້ມີເຄືອຂ່າຍກວ້າງຂວາງຢ່າງ ພູມີ ໜໍ່ສະຫວັນ ຍ່ອມບໍ່ໄດ້ອົບຈົນຫົນທາງໄປເສຍທັງໝົດ ເນື່ອງຈາກໃນອະດິດແຫຼ່ງທຶນອີກແຫ່ງໜຶ່ງຂອງເຂົາ ຄືການເກັບຄ່າຄຸ້ມຄອງຈາກເຄືອຂ່າຍຢາເສບຕິດໃນລາວ ທັງທີ່ເປັນເຄືອຂ່າຍຈາກຝຣັ່ງເສດ ແລະ ຈາກຈີນມາຍາວນານ ແຕ່ເຂົາເອງບໍ່ເຄີຍເຂົ້າມາເປັນພໍ່ຄ້າເລີຍ ເພາະໃນອະດີດບໍ່ໄດ້ຂັດສົນ ແລະ ໄດ້ຮັບແຫຼ່ງທຶນຊ່ວຍເຫຼືອຈາກສະຫະລັດອາເມລິກາ ຢ່າງຕໍ່ເນື່ອງ.


    ແຕ່ເມື່ອເຂົ້າຕາຈົນ ລັດຖະບານ ພູມີ ໜໍ່ສະຫວັນ ໄດ້ປັບໂຄງສ້າງການນໍາເຂົ້າ ແລະສົ່ງອອກຢາເສບຕິດໃນລາວທັງໝົດ ໂດຍລັດຖະບານເຂົ້າມາເປັນຜູ້ຄວບຄຸມຝິ່ນທີ່ນໍາເຂົ້າມາຈາກມຽນມາດ້ວຍຕົນເອງ ເພື່ອນໍາມາສະກັດເປັນມໍຟິນ ຫຼື ເຮໂລອິນ. ທັງຍັງໃຫ້ການສະໜັບສະໜູນການປູກຝິ່ນ ໃນພາກຕາເວັນຕົກສ່ຽງເໜືອຂອງລາວ ຕົ້ນຕໍກໍຄືບໍລິເວນເຂດສາມຫຼ່ຽມຄຳ ຈົນເຮັດໃຫ້ລາວກາຍເປັນແຫຼ່ງຜະລິດຢາເສບຕິດລາຍໃຫຍ່ທີ່ສຸດໃນໂລກໃນເວລານັ້ນ.

    ຝິ່ນ ຈຳນວນມະຫາສານ ຖືກຂົນຍ້າຍຈາກລັດສານ ເຂດປົກຄອງພິເສດທີ 4 ຂອງມຽນມາໃນປັດຈຸບັນ ເຂົ້າສູ່ລາວ ຜ່ານການຮັບຮອງຈາກລັດຖະບານພຣະຣາຊະອານາຈັກ; ການທີ່ລາວເປັນທັງແຫຼ່ງຊື້, ຂາຍຝິ່ນ, ຜະ ລິດ ເຮໂລອິນ ແລະ ສູນກາງສົ່ງອອກເຮໂລອິນຂະໜາດໃຫຍ່ຂອງໂລກ ໄດ້ສ້າງຮັ່ງຄູນມີໃຫ້ແກ່ ນາຍພົນ ພູມີ ໜໍ່ສະຫວັນ ຢ່າງມະຫາສານ.

    ແນ່ນອນລະວ່າຂະບວນການຄ້າຢາເສບຕິດໃນລາວເວລານັ້ນ ຍ່ອມບໍ່ສາມາດລິດຫຼອດສາຍຕາຂອງສະຫະ ລັດອາເມລິກາໄດ້ ແຕ່ສະຫະລັດເອງກໍເຮັດເມີນສີຍ ເອົາຫູໄປນາເອົາຕາໄປໄຮ່ ເພາະພາລະກິດທີ່ເຂົ້າມາລາວ ບໍ່ແມ່ນການປາບປາມຢາເສບຕິດ ແຕ່ຫາກເປັນການຈຳກັດອິດທິພົນຄອມມູນິດໃຫ້ສີ້ນຊາກ ແລະ ແນ່ນອນທີ່ສຸດກໍຄືຜູ້ຊ່ວຍສະຫະລັດທີ່ສໍາຄັນອີກກຸ່ມໜຶ່ງຈະເປັນໃຜໄປບໍ່ໄດ້ເລີຍ ນອກຈາກບັນດາເຄືອຂ່າຍຄ້າຢາເສບ ຕິດ ທີມີທັງກຳລັງຄົນ ອຳນາດ ແລະ ແລະ ອາວຸດພ້ອມຮົບ

    ການໄດ້ມາຂອງອຳນາດ ແລະ ສ້າງຮັ່ງຄູນມີຂອງເຂົາ ກໍມາພ້ອມກັບບັນຫານາໆປະການເຊັ່ນດຽວກັນ ເພາະບັນດາບຸກຄົນທີ່ຢູ່ໃນຝ່າຍຂວາວຽງຈັນເຊັ່ນດຽວກັນເອງ ກໍເລີ່ມອິດສາ ແລະ ບໍ່ເພິ່ງພໍໃຈກັບການຜູກຂາດທຸລະກິດໃນວຽງຈັນໄວ້ແຕ່ພຽງຜູ້ດຽວ ຈົນນໍາມາສູ່ການລັດຖະປະຫານຂອງຮ້ອຍເອກກອງແລ ນາຍທະ ຫານກອງພັນທະຫານຣາບທີ 2 ໃນວັນທີ 9 ສິງຫາ 1960 ເຖິງແມ່ນວ່າລັດຖະບານທີ່ຖືກລັດຖະປະຫານໃນຕອນນັ້ນ ຄືລັດຖະບານຂອງເຈົ້າສົມສະໜິດ ແຕ່ແນ່ນອນລະວ່າບຸກຄົນທີ່ມີອິດທິພົນຢູ່ເບື້ອງຫຼັງ ກໍຄືນາຍພົນມາກບາລີ ຢ່າງພູມີ ໜໍ່ສະຫວັນ.

    ການລັດຖະປະຫານໃນຄັ້ງນັ້ນເຖິງແມ່ນຈະສໍາເລັດ ແຕ່ກໍຕັ້ງຢູ່ໄດ້ບໍ່ດົນ ເພາະຖືກລັດຖະປະຫານຊ້ອນ ແລະ ນາຍພົນ ພູມີ ກໍເຄື່ອກຳລັງເຂົ້າວຽງຈັນ ແລະ ຈັດຕັ້ງລັດຖະບານຂຶ້ນອີກຄັ້ງ.

    ແຕ່ເຖິງແນວໃດກໍຕາມ ພາຍໃຕ້ຜົນສໍາເລັດຂອງນາຍພົນພູມີ ທີ່ສາມາດເຊື່ອມໂຍງເຄືອຂ່າຍຄ້າຢາເສບຕິດໃນເຂດສາມຫຼ່ຽມຄຳ ແລະ ແຫຼ່ງປູກຝິ່ນລ່ອງແຈ້ງ ລ່ອງປົດ ຂອງນາຍພົນ ວັງປາເຂົ້າໄວ້ດ້ວຍກັນ ຈົນກາຍ ເປັນຂຸມທອງຂອງຊົນຊັ້ນນໍາໃນລາວໃນອະດີດ ແຕ່ເນື່ອງຈາກເຂົາເອງເປັນນາຍທະຫານ ທີ່ບໍ່ແມ່ນນັກການເມືອງອາຊີບ ແລະ ທັງຍັງຄົງມົວເມົາຢູ່ກັບການຄ້າ-ຂາຍສິນຄ້າຜິດກົດໝາຍ ເຮັດໃຫ້ລັດຖະບານຂອງເຂົາບໍ່ມີສະຖຽນລະພາບ ແລະ ຂາດຄວາມເຊື່ອໝັ້ນ ຈົນໃນທີ່ສຸດກໍຕ້ອງຈຳໃຈດຶງຝ່າຍເປັນກາງຂອງເຈົ້າສຸວັນນະພູມມາ ກັບເຂົ້າມາຮ່ວມລັດຖະບານຂອງຕົນ ໂດຍການຕັ້ງເງື່ອນໄຂໄວ້ວ່າຝ່າຍຂອງນາຍພົນພູມີ ຕ້ອງໄດ້ຮັບຕໍາແໜ່ງສໍາຄັນໃນລັດຖະບານ ຕົ້ນຕໍແມ່ນລັດຖະມົນຕີກະຊວງການຄ້າ ເພື່ອບໍ່ໃຫ້ແຕະຕ້ອງກັບທຸລະກິດມືດຂອງຕົນ ທີ່ບໍ່ພຽງແຕ່ດຳເນີນການຄ້າຂາຍຢາເສບຕິດເທົ່ານັ້ນ ແຕ່ຍັງລວມໄປເຖິງການຜູກຂາດສິນຄ້າອຸປະໂພກ-ບໍລິໂພກໃນວຽງຈັນ, ທຸລະກິດການຄ້າຄຳເຖື່ອນ ແລະ ທຸລະກິດບ່ອນພະນັນອີກດ້ວຍ.


 ພາຍຫຼັງທີ່ເຈົ້າສຸວັນນະພູມມາກັບມາເປັນຜູ້ນໍາລັດຖະບານອີກຄັ້ງ ຈາກຜົນການເຊັນສັນຍາສ້າງຕັ້ງລັດຖະບານປະສົມ ຄັ້ງທີ 2 ໃນວັນທີ 22 ມິຖຸນາ 1962. ໃນຂະນັ້ນ, ນາຍພົນພູມ ໜໍ່ສະຫວັນ ກໍຍັງນັ່ງໃນຕໍາແໜ່ງຮອງນາຍົກລັດຖະມົນຕີ ແລະ ຄວບຕຳແໜ່ງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ.

    ແຕ່ລັດຖະບານປະສົມດັ່ງກ່າວ ກໍຕັ້ງຢູ່ໄດ້ພຽງປີກວ່າ ກໍຖືກລັດຖະປະຫານໂດຍ ກຸປະສິດ ອະໄພ ໃນວັນທີ 19 ເມສາ 1964. ຫຼັງຈາກນັ້ນ  ສະພາບການໃນວຽງຈັນຕອນ ກໍມີການຜັນແປໄປຢ່າງສັບສົນ ແມ່ນກະທັ່ງໃນກະຕົວຂອງຝ່າຍຂວາເອງ ມີການກຳເນີດກຸ່ມກ້ອນທີ່ບໍ່ລົງລອຍໃນຜົນປະໂຫຍດກັນ ລະຫວ່າງກຸ່ມຂອງນາຍພົນພູມີ ໜໍ່ສະຫວັນ, ຜຸຍ ຊະນະນິກອນ ແລະ ກຸປະສິດ ອະໄພ

        ເຖິງແມ່ນວ່ານາຍພົນພູມີ ຈະພະຍາຍາມກັບຄືນມາມີອຳນາດອີກຄັ້ງ ໂດຍການລັດຖະປະຫານ ແຕ່ກໍບໍ່ສໍາເລັດຜົນ ແລະ ໃນທີ່ສຸດຈຳຕ້ອງລີ້ໄພອອກນອກປະເທດ ໄປຢູ່ປະເທດໄທ ໃນວັນທີ 1 ກຸມພາ 1965 ແລະ ໃຊ້ຊີວິດສ່ວນໃຫຍ່ທີ່ຈັງຫວັດສົງຂາ ເປັນເວລາເກືອບ 20 ປີ ກ່ອນຈະຈົບຊີວິດລົງໃນປີ 1985 ລວມອາຍຸໄດ້ 65 ປີ.

     


แสดงความคิดเห็น

0 ความคิดเห็น